ການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ຢູ່ຕາມແມ່ນໍ້າສາຍຕ່າງໆ ຢູ່ແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ Unregulated Mining Along Rivers in Mainland Southeast Asia (Lao Language)

ຂໍ້ມູນໃໝ່ໄດ້ເປີດເຜີຍໃຫ້ຮູ້ໃນວົງກວ້າງກ່ຽວກັບການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖຶກຕ້ອງຕາມແມ່ນໍ້າສາຍຕ່າງໆ ຢູ່ໃນປະເທດພະມ້າ, ປະເທດລາວ, ແລະ ປະເທດກໍາປູເຈຍ ເຊິ່ງມີຜົນກະທົບຕໍ່ສຸຂະພາບ ແລະ ຄວາມປອດໄພຂອງຊຸມຊົນ ແລະ ລະບົບນິເວດ. The post ການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ຢູ່ຕາມແມ່ນໍ້າສາຍຕ່າງໆ ຢູ່ແຜ່ນດິນໃຫຍ່ອາຊີຕາເວັນອອກສ

Stimson Center
75
13 мин чтения
0 просмотров
ການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ຢູ່ຕາມແມ່ນໍ້າສາຍຕ່າງໆ ຢູ່ແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ Unregulated Mining Along Rivers in Mainland Southeast Asia (Lao Language)

ພາກສະເໜີ

ໃນໄລຍະທົດສະວັດທີ່ຜ່ານມາ, ການຂຸດຄົ້ນບໍ່ແຮ່ທີ່ບໍ່ໄດ້ມາດຕະຖານໄດ້ປ່ອຍສານປົນເປື້ອນໂດຍກົງລົງສູ່ແມ່ນ້ຳຫຼາຍສາຍທົ່ວຜືນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ ເຊິ່ງປະກອບມີສານອັນຕະລາຍເຊັ່ນ: ໄຊຢາໄນ, ບາຫລອດ, ສານຫນູ, ແລະ ໂລຫະໜັກອື່ນໆ. ອົງການຈັດຕັ້ງຢູ່ຂັ້ນທ້ອງຖິ່ນ ແລະ ຊຸມຊົນໃນປະເທດພະມ້າໄດ້ສະແດງຄວາມກັງວົນຕໍ່ກັບສານພິດເຈືອປົນຢູ່ອ່າງແມ່ນໍ້າ Irrawaddy (ອີຣາວາດີ) ມາເປັນເວລາຫຼາຍປີແລ້ວ. ໃນຕົ້ນປີ 2025, ການວິເຄາະຄຸນນະພາບນໍ້າຢູ່ສາຂາຂອງແມ່ນ້ຳຂອງສອງສາຂາໂດຍນັກຄົ້ນຄວ້າຈາກປະເທດໄທ ແລະ ເຈົ້າໜ້າທີ່ຝ່າຍລັດຖະບານຢູ່ໃນແຂວງ (ຈັງຫວັດ) ຊຽງໃໝ່ ແລະ ຊຽງຣາຍ ໄດ້ໃຫ້ຮູ້ວ່າສານພິດຈາກການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງໃນປະເທດພະມ້າໄດ້ທຳລາຍຊີວິດຂອງປະຊາຊົນຢູ່ຕອນລຸ່ມຂອງແມ່ນ້ຳຂອງເຊິ່ງໃນນັ້ນແມ່ນປະເທດໄທ ແລະ ພວກເຂົາກໍ່ໄດ້ຍົກເອົາບັນຫານີ້ຂຶ້ນມາສົນທະນາຢູ່ຕາມສື່ຕ່າງໆ ແລະ ເຂົ້າເຖິງຂະບວນການທາງດ້ານນະໂຍບາຍທີ່ກ່ຽວຂ້ອງ. ປະຈຸບັນ, ຫຼາຍສິບພັນຄົນທີ່ອາໄສຢູ່ຕາມແຄມແມ່ນ້ຳ Kok (ກົກ) ແລະ ແມ່ນໍ້າ Sai-Ruak (ສາຍຣວກ) ໃນປະເທດໄທໄດ້ຢຸດ ຫຼື ຫຼຸດຜ່ອນການນຳໃຊ້ນ້ຳຈາກແມ່ນໍ້າສາຂາດັ່ງກ່າວ. ໃນເດືອນພະຈິກ ປິ 2025, ການວິເຄາະຄຸນນະພາບນໍ້າຂອງແມ່ນ້ຳ Salween (ສາລວິນ) ໂດຍນັກວິທະຍາສາດຄົນໄທ ແລະ ເຈົ້າໜ້າທີ່ລັດຖະບານ ໄດ້ພົບວ່າລະດັບສານຫນູຢູ່ໃນແມ່ນໍ້າສາຂາດັ່ງກ່າວສູງກວ່າມາດຕະຖານທີ່ສາມາດຍອມຮັບໄດ້ ເຊິ່ງມີຢູ່ຫ້າເທົ່າຕົວ. ການທົດສອບຂອງນັກວິທະຍາສາດ ແລະ ລັດຖະບານໄທໄດ້ເຮັດໃຫ້ເຫ້ນບັນຫາທີ່ໜັກໜ່ວງຫຼາຍ.

ກະດານຂໍ້ມູນຸຕອບໂຕ້ ອັນໃຫມ່ຂອງສູນ Stimson (Stimson’s new interactive dashboard) ໄດ້ໃຊ້ຮູບພາບດາວທຽມເພື່ອສະແດງໃຫ້ເຫັນເນື້ອທີ່ທີ່ກວ້າງຂວາງຂອງ ແຫຼງຂຸດຄົ້ນແຮ່ຫຼາຍກວ່າ 2,400 ແຫ່ງ ເຊິ່ງປະກອບມີ ການຂຸດຄົ້ນ-ປຸງແຕ່ງແຮ່ແບບ in-situ leaching (ແຮ່ຫາຍາກ) [ການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກແບບປິດໜ້າດິນ ຫລື ຢູ່ແຫລ່ງກໍາເນີດແຮ່ຫາຍາກ], ການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leaching (ຄໍາ, ທອງແດງ, ນິກເກີນ, ແມງການີສ) [ການຂຸດຄົ້ນ-ປຸງແຕ່ງແຮ່ແບບເປິດໜ້າດິນ], ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial (ຄຳ, ເງິນ, ກົ່ວ) [ການຂຸດຄົ້ນ-ປຸງແຕ່ງແຮ່ແບບຫ່ອນ/ບົດ] ຕາມແມ່ນໍ້າ 43 ສາຍຢູ່ປະເທດຕ່າງໆ ໃນທະວີບອາຊີຕາເວັນອອກສຽງໃຕ້ ເຊັ່ນ: ປະເທດພະມ້າ, ລາວ ແລະ ກຳປູເຈຍ. ຖານ/ກະດານຂໍ້ມູນຕອບໂຕ້ (interactive dashboard) ຍັງປະກອບມີຂໍ້ມູນຄຸນນະພາບນ້ຳຂອງບາງສາຂາທີ່ໄດ້ທໍາການວິເຄາະຄຸນນະພາບແລ້ວ. ສູນ Stimson ມີແຜນທີ່ຈະເພີ່ມຂໍ້ມູນແຫຼ່ງຂຸດຄົ້ນແຮ່ແຫ່ງໃໝ່ ແລະ ການວິເຄາະຄຸນນະພາບນໍ້າເຂົ້າໃນ dashboard (ຖານ/ກະດານຂໍ້ມູນ) ເມື່ອໄດ້ຮັບຂໍ້ມູນອັນໃໝ່. Dashboard ນີ້ຄວນຖືກນຳໃຊ້ໂດຍອົງການລັດຖະບານ, ນັກຂ່າວ, ນັກວິຊາການ, ອົງການ ພັດທະນາ NGO ແລະ ຊຸມຊົນ ເພື່ອຊຸກຍູ້ເພີ່ມທະວີການວິເຄາະຄຸນນະພາບນ້ຳ, ດິນ ແລະ ຕະກອນຢູ່ທົ່ວພາກພື້ນ ເພື່ອເປັນການເລີ່ມຕົ້ນປົກປັກຮັກສາສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນຫຼາຍຮ້ອຍລ້ານຄົນທີ່ອາໄສຢູ່ຕາມແມ່ນໍ້າເຫລົ່ານັ້ນ ແລະ ອາໃສແມ່ນໍ້າເຫລົ່ານັ້ນ ເພື່ອໃຊ້, ປຸງແຕ່ງອາຫານ ແລະ ການດໍາລົງຊີວິດ.

ຕົວຂັບເຄື່ອນຂອງວຽກງານຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ລວມມີການເພີ່ມຂຶ້ນຂອງຄວາມຕ້ອງຕໍ່ກັບໂລຫະຫາຍາກຢູ່ທົ່ວໂລກ, ລາຄາຄຳທົ່ວໂລກທີ່ສູງເປັນປະຫວັດສາດ, ແລະ ການສົ່ງອອກອຸດສາຫະກຳຂຸດຄົ້ນແຮ່ຫາຍາກຂອງປະເທດຈີນໄປຫາປະເທດທີ່ຢູຸ່ອ້ອມຂ້າງຂອງຕົນ. ລະບຽບການທີ່ຢ່ອນຍານ, ການປົກຄອງທີ່ບໍ່ຮັດກຸມ, ແລະ ການສໍ້ລາດບັງຫຼວງໃນປະເທດລາວ, ພະມ້າ, ແລະ ກຳປູເຈຍ ເປັນບ່ອນທີ່ມີຄວາມປອດໄພສຳລັບການຂຸດຄົ້ນບ-ປຸງແຕ່ງແຮ່ທີ່ເປັນອັນຕະລາຍ ເຊິ່ງໄດ້ດຳເນີນໄປຢ່າງບໍ່ຖືກຕ້ອງເປັນເວລາຫຼາຍກວ່າໜຶ່ງທົດສະວັດ. ໂຄງສ້າງການປົກຄອງທີ່ແຕກແຍກ ແລະ ເສດຖະກິດທີ່ຂັບເຄື່ອນດ້ວຍຂໍ້ຂັດແຍ່ງໃນປະເທດພະມ້າ ໄດ້ຊຸກຍູ້ໃຫ້ອຸດສາຫະກຳຂຸດຄົ້ນ-ປຸງແຕ່ງແຮ່ດໍາເນີນງານເປັນເວລາຫລາຍປີ ກວ່ານັ້ນ. ການກໍ່ລັດຖະປະຫານໃນປີ 2021ທີ່ປະເທດພະມ້າ ໄດ້ເຮັດໃຫ້ບັນຫາມີຄວາມຮ້າຍແຮງຂຶ້ນ ຍ້ອນວ່າຜູ້ທີ່ກ່ຽວຂ້ອງຈາກ ຫລາຍພາກສ່ວນພະຍາຍາມໃຊ້ປະໂຫຍດຈາກສະພາບຂອງຄວາມແຕກແຍກ ແລະ ສະໜັບສະໜູນຂໍ້ຂັດແຍ່ງທີ່ເກີດຂຶ້ນ, ເຮັດໃຫ້ປະຊາຊົນທ້ອງຖິ່ນຫັນໄປຂຸດຄົ້ນ-ປຸງແຕ່ງຄຳ ແລະ ໂລຫະມີຄ່າອື່ນໆ ຢູ່ແມ່ນ້ຳຂອງຕົນເອງ. ປັດໄຈທັງໝົດນີ້ມີແນວໂນ້ມທີ່ຈະເຮັດໃຫ້ເກີດມົນລະພິດ/ສານພິດ ແບບບໍ່ສິ້ນສຸດຢູ່ໃນແມ່ນ້ຳໃຫຍ່ຫລາຍສາຂາເຊັ່ນ: ແມ່ນ້ຳ Irrawaddy (ອິຣະວາດີ), ແມ່ນ້ຳຂອງ, ແມ່ນ້ຳ Salween (ສາລວິນ), Sittaung (ແມ່ນ້ຳສີຕວງ), Bilin (ແມ່ນ້ຳບິລິນ), ແລະ ແມ່ນ້ຳທີ່ໄຫຼຈາກປະເທດລາວໄປສູ່ປະເທດຫວຽດນາມ.

ໃນຂະນະທີ່ລະດັບສານພິດຈາກຢາງ (ພາສຕິກ) ມີປະລິມານຫລາຍໃນແມ່ນ້ຳຂອງກຳລັງເລີ່ມມີຄວາມເຂົ້າໃຈຫລາຍຂຶ້ນ, ລະບົບແມ່ນ້ຳໄດ້ຖືກຮັບຮູ້ຢ່າງກວ້າງຂວາງວ່າເປັນລະບົບແມ່ນ້ຳສະອາດ, ຄ້ຳຊູຊຸມຊົນທ້ອງຖິ່ນ ແລະ ເສດຖະກິດຂອງຊາດ, ເປັນແຫລ່ງ ອາຫານໃນການຮອງຮັບນັກທ່ອງທ່ຽວຕ່າງປະເທດເປັນຈໍານວນຫຼາຍລ້ານຄົນ, ແລະ ເຮັດໃຫ້ສາມາດສົ່ງອອກຜະລິດຕະພັນອາຫານທີ່ປອດໄພໄປທົ່ວໂລກ. ເມື່ອບໍ່ດົນມານີ້, ຄວາມພະຍາຍາມອັນເລັກນ້ອຍໃນການວິເຄາະຄຸນນະນ້ຳຢູ່ປະເທດໄທໄດ້ສະແດງໃຫ້ເຫັນຫຼັກຖານກ່ຽວກັບສານປົນເປື້ອນຂອງໂລຫະໜັກ. ໃນຕົ້ນປີນີ້, ການທົດສອບຂອງກົມຄວບຄຸມມົນລະພິດຂອງປະເທດໄທໄດ້ພົບເຫັນລະດັບຂອງສານຫນູ (arsenic) ທີ່ບໍ່ມີຄວາມປອດໄພຢູ່ໃນແມ່ນ້ຳ Kok ແລະ ແມ່ນ້ຳ Sai ໃນພາກເໜືອຂອງປະເທດໄທ. ໃນເດືອນພະຈິກ ປີ 2025, ກົມຄວບຄຸມມົນລະພິດຂອງປະເທດໄທໄດ້ປະກາດວ່າລະດັບທີ່ບໍ່ປອດໄພຂອງສານຫນູ (arsenic) ໄດ້ພົບເຫັນຢູ່ຕາມຊາຍແດນປະເທດໄທ-ລາວ ຈາກຈັງຫວັດເລີຍເຖິງນະຄອນພະນົມ. ຄະນະກຳມະການຄຸ້ມຄອງແມ່ນ້ຳຂອງ (MRC) ເຜີຍແຜ່ຂໍ້ມູນກ່ຽວກັບຄຸນນະພາບນ້ຳຕະຫຼອດປີ 2023-2024 ທີ່ຜ່ານມາ ແຕ່ບໍ່ໄດ້ວິເຄາະຄຸນນະພາບນໍ້າເປັນປະຈຳຕໍ່ກັບສານໂລຫະໜັກ ຫຼື ສານພິດ ເຊັ່ນ: ໄຊຢາໄນ. ໃນປີ 2025, ເພື່ອຕອບໂຕ້ກັບຜົນການວິເຄາະຄຸນນະພາບນໍ້າຂອງທາງປະເທດໄທຢູ່ໃນແມ່ນ້ຳ Kok, ທາງອົງການ MRC (ຄະນະກໍາມະການແມ່ນໍ້າຂອງ) ໄດ້ລະດົມກໍາລັງເພື່ອວິເຄາະຄຸນນະພາບນໍ້າຢູຸ່ແມ່ນໍ້າໃຫຍ່ ຫລາຍສາຍທີ່ຢູ່ໃກ້ກັບຈັງຫວັດຊຽງຣາຍຢູ່ປະເທດໄທ, ໄປຫາຕອນລຸ່ມແຂວງຫຼວງພະບາງຢູ່ປະເທດລາວ, ເຊິ່ງໄດ້ພົບວ່າ ລະດັບສານຫນູມີປະລິມານສູງເກີນລະດັບມາດຕະຖານຢູ່ໃກ້ກັບຈັງຫວັດຊຽງຣາຍ ແລະ ຕໍ່າກວ່າເກນຄວາມສ່ຽງຢູ່ແຂວງຫຼວງພະບາງ. ຄະນະກຳມະການແມ່ນ້ຳຂອງໄດ້ໃຫ້ຄໍາໜັ້ນສັນຍາວ່າຈະດໍາເນີນການເພີ່ມເຕີມກ່ຽວກັບບັນຫານີ້ ແຕ່ຈະມີອໍານາດໃນການວິເຄາະຄຸນນະພາບນໍ້າຢູ່ສາຍແມ່ນ້ຳຂອງເທົ່ານັ້ນ ເຊິ່ງຈະບໍ່ກວມເອົາ ສິບຫົກສາຂາຂອງມັນຢູ່ໃນປະເທດພະມ້າ, ລາວ, ແລະ ກຳປູເຈຍ ເຊິ່ງໃນນັ້ນມີບໍ່ແຮ່ທີ່ບໍ່ຖືກຕ້ອງເກືອບຮອດ 800 ແຫ່ງທີ່ກຳລັງດຳເນີນງານ.

ບົດຄວາມສະບັບນີ້ໃຫ້ຮູ້ກ່ຽວກັບຜົນຂອງການວິເຄາະໂດຍຫຍໍ້ກ່ຽວກັບແມ່ນ້ຳ ແລະ ປະເທດທີ່ມີການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງເປັນຈໍານວນຫຼາຍທີ່ສຸດ; ພ້ອມທັງສົນທະນາກ່ຽວກັບການດຳເນີນງານ ແລະ ຜົນກະທົບທີ່ເປັນອັນຕະລາຍຂອງການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກແບບ in-situ leaching (ແບບປິດໜ້າດິນ), ການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leaching (ແບບເປິດໜ້າດິນ), ແລະ ການຂຸດຄົ້ນ-ປຸງແຕ່ງຄຳແບບ alluvial (ແບບນໍ້າພັດ ຫລື ເຊາະລ້າງ ຕະກອນ);  ແລະ ການປະກອບຄຳຄິດເຫັນກ່ຽວກັບປັດໄຈໃນການຂັບເຄື່ອນຂະບວນຂຸດຄົ້ນ, ການຕອບສະໜອງໃນປະຈຸບັນ, ແລະ ການດໍາເນີນງານຕ່າງໆທີ່ຈຳເປັນເພື່ອບັນເທົາບັນຫາທາງດ້ານສຸຂະພາບ ແລະ ເສດຖະກິດທີ່ອາດຈະເກີດຂຶ້ນຢູ່ໃນເຂດພາກພື້ນ. ບົດຄວາມສະບັບນີ້ໃຫ້ຮູ້ລາຍລະອຽດກ່ຽວກັບວິທີການກຳນົດແຫລ່ງແຮ່ທີ່ມີການດໍາເນີນງານ ໂດຍໃຊ້ການບັນທຶກຮູບພາບຜ່ານດາວທຽມແບບ Planet Labs’ optical. ສິ່ງສຳຄັນ, ພວກເຮົາໝັ້ນໃຈວ່າຂໍ້ມູຈາກດາວທຽມສາມາດສະແດງ ໃຫ້ເຫັນ ພື້ນທີ່ສ່ວນໃຫຍ່ແຕ່ບໍ່ແມ່ນທັງໝົດຢູ່ໃນພາກພື້ນ ຕໍ່ກັບການຂຸດຄົ້ນ-ປຸງແຕ່ງ ແຮ່ແບບ in-situ leaching, ການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach, ແລະ ການຂຸດຄົ້ນ-ປຸງແຕ່ງຄຳແບບ alluvial. ສຳລັບເຫດຜົນຕໍ່ກັບຄໍາຖາມທີ່ມີຢູ່ວ່າ ເປັນຫຍັງການຂຸດຄົ້ນ-ປຸງແຕ່ງແຮ່ສາມປະເພດນີ້ບໍ່ຖຶກຕ້ອງ ແມ່ນໄດ້ອະທິບາຍຢູ່ໃນພາກຕໍ່ໄປນີ້. ອຸດສາຫະກໍາແຮ່ທາດເຫຼົ່ານີ້ກຳລັງຈະເລີນເຕີບໂຕ, ແລະ ບໍ່ແຮ່ຫຼາຍແຫ່ງກຳລັງເລີ່ມ ຫຼື ຂະຫຍາຍການດຳເນີນງານໃນແຕ່ລະເດືອນຢູ່ໃນຜືນແຜ່ນດິນໃຫຍ່ຂອງທະວີບອາຊີຕາເວັນອອກສຽງໃຕ້. ການສະໜອງຮູບພາບດາວທຽມໂດຍ Planet Labs ເຮັດໃຫ້ພວກເຮົາ ສາມາດຮູ້ໄດ້ເຖິງການຂຸດຄົ້ນບໍ່ແຮ່ທີ່ໄດ້ເລີ່ມດຳເນີນງານຕັ້ງແຕ່ປີ 2016 ເປັນຕົ້ນມາເທົ່ານັ້ນ, ດັ່ງນັ້ນ ຂໍ້ມູນ ການເຄື່ອນໄຫວກ່ອນໜ້ານີ້ຈຶ່ງບໍ່ມີຢູ່ໃນລະບົບ; ເຖິງແມ່ນວ່າຖານຂໍ້ມູນໄດ້ເກັບກໍາການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ໄດ້ດໍາເນີນງານເປັນຈໍານວນຫລາຍເທົ່າທີ່ຈະຫລາຍໄດ້, ແຕ່ກໍ່ບໍ່ສາມາດລະບຸຕົວຕົນຂອງຂະບວນການເຫລົ່ານັ້ນໄດ້ທັງໝົດ. ນອກຈາກນັ້ນ, ຍັງມີການຂຸດຄົ້ນ-ປຸງແຕ່ງແຮ່ໃນຮູບແບບອື່ນໆທີ່ບໍ່ຖືກຕ້ອງກຳລັງເກີດຂຶ້ນຢູ່ໃນເຂດພາກພື້ນ ແລະ ໃນຄະນະທີ່ມີການສຶກສາເພີ່ມເຕີມເພື່ອກຳນົດຮູບແບບຂອງການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງນັ້ນ, ພວກເຮົາວາງແຜນທີ່ຈະເພີ່ມຂໍ້ມູນດັ່ງກ່າວໃສ່ໃນ deshboard ແລະ ຂຽນບົດຄວາມໃນລັກສະນະນີ້ຕື່ມອີກເພື່ອສົນທະນາຜົນກະທົບທີ່ອາດຈະເກີດຂຶ້ນໄດ້ຈາກການຂຸດຄົ້ນ-ປຸງແຕ່ງແຮ່ຕ່າງໆ.

ການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ແລະ ຄໍາ ທີ່ບໍ່ຖືກຕ້ອງຢູ່ຜືນແຜ່ນດິນໃຫຍ່ເຂດພາກພື້ນອາຊີຕາເວັນອອກສຽງໃຕ້.

ການຂຸດຄົ້ນ-ປຸງແຕ່ງແຮ່ແບບ In-situ Leaching (ແບບປິດໜ້າດິນ) ແມ່ນຫຍັງ ແລະ ມັນໄດ້ສ້າງມົນລະພີດຄືແນວໃດແດ່?

ຮູບພາບຂະບວນການແບບ In-situ leaching.  ແຫລ່ງຂໍ້ມູນຈາກ: ມະຫາວິທະຍາໄລ ວາຣວິກ (Warwick) /ສູນຄົ້ນຄວ້າກະຈິນແລນ (Kachinland)

ຄວາມເຂົ້າໃຈທີ່ກວ້າງຂວາງຂື້ນຕໍ່ກັບຂະບວນການປະຕິບັດງານຂຸດຄົ້ນ-ປຸງແຕ່ງແຮ່ແບບ in-situ leaching (ແບບປິດໜ້າດິນ ຫລື ຢູ່ແຫລ່ງແຮ່ທາດ) ໄດ້ສັງລວມຢູ່ໃນ ບົດສະຫຼຸບຫຍໍ້ ຂອງມະຫາວິທະຍາໄລ Warwick ແລະ ສູນຄົ້ນຄວ້າ Kachinland ເຊິ່ງບັນທຶກກ່ຽວກັບວິທີການ ຈັດຕັ້ງປະຕິບັດການຂຸດຄົ້ນ-ປຸງແຕ່ງແຮ່ຕ່າງໆຢູ່ໃນປະເທດພະມ້າ. ຜູ້ປະກອບການຂຸດຄົ້ນແຮ່ຫາຍາກຢູ່ແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ທີ່ສະແດງຢູ່ deskboard ຂອງພວກເຮົາແມ່ນໃຊ້ ວິທີ ຂຸດຄົ້ນ-ປຸງແຕ່ງແບບປິດໜ້າດິນ (in-situ leaching) ໃນການ ປຸງແຕ່ງ ຫລື ສະກັດແຮ່ຢູ່ໃນດິນ ໂດຍຜ່ານການໃຊ້ສານເຄມີ ແລະ ນໍ້າຈາກແມ່ນໍ້າ. ພະນັກງານຂຸດຄົ້ນແຮ່ໄດ້ເຈາະຂຸມຢູ່ຈອມພູເພື່ອຕິດຕັ້ງລະບົບທໍ່ສົ່ງ ເຊິ່ງ ເປັນບ່ອນໃສ່ ສານປຸງແຕ່ງ ຫລື ສານລະລາຍລົງໃນດິນ. ເປັນເວລາຫຼາຍເດືອນຜ່ານໄປ, ປຸຍໃນດິນ ເຊັ່ນ: ແອມໂມນຽມຊັນເຟດ (ammonium sulfate) ແລະ ແອມໂມນຽມໄບຄາບອນເນດ (ammonium bicarbonate) ທໍາປະຕິກິລິຍາກັບແຮ່ຫາຍາກໃນດິນໜຽວ ແລະ ລະລາຍແຮ່ຫາຍາກອອກມາ. ຢູ່ຂ້າງເນີນພູ, ມີການເຈາະຮູຕາມແນວນອນ ເພື່ອຕິດຕັ້ງລະບົບທໍ່ສົ່ງອີກຊຸດໜຶ່ງເພື່ອສູບນໍ້າຈາກແມ່ນໍ້າ ແລະ ຫ້ວຍນໍ້າໃກ້ຄຽງເຂົ້າໄປໃນໜ່ວຍພູ ເພື່ອຊ່ວຍກະຈາຍປຸ໋ຍໄປທົ່ວພື້ນຜິວໃຕ້ດິນ. ຫຍັບລົງມາຈາກເນີນພູ, ຈະມີການຕິດຕັ້ງທໍ່ເພື່ອໃຫ້ວັດຖຸທີ່ລະລາຍ ແລະ ມີຄວາມເຂັ້ມຂຸນຫລາຍກວ່າໄຫລອອກໄປລວມຕົວກັນ ເປັນກູ່ມຢູ່ອ່າງເກັບນ້ໍ່າຂະໜາດໃຫຍ່. ຈາກນັ້ນກໍ່ມີ ການເພີ່ມສານເຄມີໃສ່ໃນອ່າງເກັບນໍ້າທີ່ມີແຮ່ຫາຍາກເພື່ອແຍກເອົາແຮ່ນັ້ນອອກມາ, ເຊິ່ງມັນຈະນອນໂຕຢູ່ພື້ນອ່າງນໍ້າ. ຫຼັງຈາກນັ້ນ, ນໍ້າຢູ່ອ່າງຈະຖືກລະບາຍອອກ, ແລະ ພະນັກງານຈະເກັບເອົາແຮ່ນັ້ນໄປປຸງແຕ່ງຕື່ມອີກ ກ່ອນທີ່ຈະສົ່ງໄປຫາຜູ້ຮັບຊື້ໃນປະເທດຈີນ.

ຖ້າບໍ່ມີການຄຸ້ມຄອງທີ່ດີ ແລະ ບໍ່ມີການກວດກາບໍ່ແຮ່ເຫຼົ່ານີ້, ມັນຈະສາມາດສົ່ງຜົນກະທົບຕໍ່ລະບົບແມ່ນ້ຳທີ່ຢູ່ໃກ້ຄຽງ, ນ້ຳໃຕ້ດິນ, ແລະ ດິນຢູ່ເທິງໜ້າດິນ. ການເຂົ້າເຖິງແຫລ່ງນ້ຳແມ່ນມີຄວາມສຳຄັນຕໍ່ການຂຸດຄົ້ນ-ປຸງແຕ່ງແຮ່ແບບ in-situ leaching. ນໍ້າທີ່ສູບຈາກແມ່ນ້ຳໃກ້ຄຽງເພື່ອນໍາໃຊ້ເຂົ້າໃນການກະຈາຍປຸຍຢູ່ໃນດິນຈະຖືກປ່ອຍກັບຄືນສູ່ລະບົບແມ່ນ້ຳສາຍເດີມ, ເຊິ່ງປະຈຸບັນຂໍ້ມູນການປົນເປື້ອນຂອງສານລະລາຍທີ່ມີຄວາມເຂັ້ມຂຸ້ນສູງ ແລະ ທາດໂລຫະຫາຍາກອື່ນໆ ແມ່ນຍັງບໍ່ມີການເກັບກຳຂໍ້ມູນ. ໃນທຸກໆໜຶ່ງໂຕນຂອງ oxides (ອົກເຊດີ) ທີ່ຜະລິດຜ່ານຂະບວນການປຸງແຕ່ງແຮ່ແບບ in-situ leaching, ຈະມີກາກແຮ່ຢູ່ 2,000 ໂຕນກະຈາຍໄປສູ່ສິ່ງແວດລ້ອມ, ແລະ ນ້ຳເສຍ 1,000 ໂຕນທີ່ມີຄວາມເຂັ້ມຂຸ້ນຂອງປຸ໋ຍສູງ ແລະ ໂລຫະປົນເປື້ອນຈະຖືກຜະລິດອອກມາ.

ແຮ່ຫາຍາກໄດ້ແຜ່ລາມຢ່າງໄວວາຕາມສັນພູ ຕັ້ງແຕ່ປີ 2019-2025 ໃນລັດຊານ (Shan State), ເຂດຄຸມຄອງຂອງກຸ່ມຄົນວາ (Wa), ປະເທດພະມ້າ. ຮູບພາບໂດຍ: Planet Labs.

ເມື່ອແຮ່ທາດຖືກໃຊ້ຈົນໝົດຈົນເຮັດໃຫ້ບໍ່ຄູ້ມຄ່າທາງເສດຖະກິດ, ຜູ້ປະກອບການຂຸດຄົ້ນ-ປຸງແຕ່ງແຮ່ຈະຍ້າຍໄປແຫລ່ງແຮ່ທາດໃໝ່ເພື່ອປະຕິບັດງານຊ້ຳຂະບວນການແບບເກົ່າທັງໝົດ. ແຫລ່ງຂຸດຄົ້ນແຮ່ທີ່ຍຸດໄປຖືກປະຮ້າງໂດຍບໍ່ມີການດໍາເນີນການໃດໆເພື່ອຫລຸດຜ່ອນຜົນກະທົບທີ່ມີຕໍ່ສິ່ງແວດລ້ອມຈາກສິ່ງເສດເຫຼືອຢູ່ອ່າງດິນຕົມ ທີ່ເຕັມໄປດ້ວຍສານເຄມີ ແລະ ໂລຫະໜັກ ຫຼື ບໍ່ມີກິດຈະກໍາໃດໆເລີຍເພື່ອຫລຸດຜ່ອນຜົນກະທົບພາຍຫຼັງສິ້ນສຸດການຂຸດຄົ້ນ-ປຸງແຕ່ງແຮ່. ດັ່ງນັ້ນ, ຜົນກະທົບຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມດັ່ງກ່າວຈຶ່ງນຳມາເຊິ່ງຄວາມສ່ຽງຕໍ່ສຸຂະພາບ ແລະ ເສດຖະກິດຂອງຊຸມຊົນທີ່ຢູ່ໃກ້ຄຽງ ແລະ ຢູ່ຕອນລຸ່ມຂອງແມ່ນ້ຳ. ສານ nitrate (ໄນເຕຣດ) ທີ່ເກີດຈາກສານລະລາຍມີຈໍານວນຫລາຍເກີນໄປ ແລະ ໄຫລລົງສູ່ແມ່ນ້ຳ ສາມາດເຮັດໃຫ້ສິ່ງທີ່ມີຊີວິດໃນນ້ຳຂາດອາກາດຫາຍໃຈ, ທຳລາຍຄວາມສົມດຸນລະບົບນິເວດວິທະຍາ, ແລະ ເຮັດໃຫ້ຄຸນນະພາບນ້ຳເຊື່ອມໂຊມ. ການສຳຜັດກັບແຮ່ຫາຍາກຢ່າງຕໍ່ເນື່ອງ ແລະ ເປັນເວລາດົນນານສາມາດສົ່ງຜົນກະທົບຕໍ່ລະບົບສະໝອງ, ຕັບ, ກະດູກ ແລະ ລະບົບພູມຄຸ້ມກັນ.

ວິທີການກຳນົດ/ລະບຸແຫລ່ງແຮ່

In-situ leaching ສາມາດກວດພົບໄດ້ໂດຍຜ່ານຮູບພາບດາວທຽມທີ່ມີຄວາມລະອຽດສູງ. ເພື່ອກຳນົດບໍ່ແຮ່ຫາຍາກຢູ່ໃນລະບົບຂໍ້ມູນ, ພວກເຮົາໄດ້ສຶກສາຈາກສິ່ງພິມອອນໄລນ໌ຂອງມູນນິທິ Shan Human Rights (ມູນນິທິ ສິດທິມະນຸດ Shan). ການຂຸດຄົ້ນແຮ່-ປຸງແຕ່ງແຮ່ແບບນີ້ແມ່ນມີຄວາມແຕກຕ່າງຈາກການຂຸດຄົ້ນແຮ່-ປຸງແຕ່ງແຮ່ປະເພດອື່ນໆ ແລະ ເປັນທີ່ຮູ້ກັນດີວ່າແຮ່ຫາຍາກແມ່ນມີຫລາຍຢູ່ໃນເຂດພາກພື້ນນີ້. ອ່າງເກັບນໍ້າຂອງການຂຸດຄົ້ນ-ປຸງແຕ່ງແຮ່ແບບ in-situ leaching ແມ່ນມີຄຸນລັກສະນະທີ່ແຕກຕ່າງ ແລະ ເປັນທີ່ສັງເກດໄດ້ງ່າຍ. ອ່າງມັນຈະມີຂະໜາດໃຫຍ່, ຈັບໂຕເປັນກຸ່ມ, ແລະ ເປັນສີຟ້າແຈ້ງ ຫຼື ສີຂຽວ ເນື່ອງຈາກການໃຊ້ສານລະລາຍທາງເຄມີ ຫຼື ສີຂອງຜ້າຢາງທີ່ຕິດຢູ່ອ້ອມຮອບຂອບອ່າງ. ການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກໃນຮູບແບບນີ້ມີຕົ້ນກຳເນີດຢູ່ປະເທດຈີນ ແລະ ຕໍ່ມາໄດ້ຖືກເກືອດຫ້າມ (ເຊິ່ງຈະໄດ້ອະທິບາຍຕື່ມຢູ່ດ້ານລຸ່ມ) ເນື່ອງຈາກຜົນກະທົບທາງລົບທີ່ໜັກໜ່ວງຂອງຂະບວນການ ການຂຸດຄົ້ນ-ປຸງແຕ່ງ ແລະ ນໍ້າເສຍທີ່ປ່ອຍອອກຈາກບໍ່ແຮ່ທີ່ມີຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ. ບໍ່ມີການນໍາໃຊ້ວິທີການໃດໆເພື່ອຫລູດຜ່ອນຜົນກະທົບຂອງການຂຸດຄົ້ນ-ປຸງແຕ່ງແຮ່ແບບດັ່ງກ່າວ, ແລະ ຮູບແບບການຂຸດຄົ້ນ-ປຸງແຕ່ງແຮ່ຢູ່ປະເທດຈີນທີ່ສັງເກດເຫັນໄດ້ແມ່ນໃຊ້ຮູບການດຽວກັນກັບການຂຸດຄົ້ນ-ປຸງແຕ່ງແຮ່ ຢູ່ບັນດາປະເທດທີ່ມີການປົກຄອງທີ່ບໍ່ເຂັ້ມງວດຢູ່ໃນຜືນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້. ດ້ວຍເຫດນີ້, ພວກເຮົາຕັ້ງສົມມຸດຕິຖານໄວ້ວ່າ ການຂຸດຄົ້ນແຮ່ດັ່ງກ່າວມີການດໍາເນີນງານທີ່ບໍ່ຖືກຕ້ອງ ເມື່ອເບິ່ງຈາກມຸມມອງຜົນກະທົບທີ່ເຮັດໃຫ້ເກີດມົນລະພິດ.

ຮູບພາບຄວາມລະອຽດສູງຂອງສະຫນາມຂຸດຄົ້ນ-ປຸງແຕ່ງແຮ່ແບບ In-situ Leaching, ເມືອງ Maung Bawk, ປະເທດພະມ້າ. ຮູບພາບຈາກ: Google Earth, Maxar.

ພາກສ່ວນໃດເປັນເຈົ້າຂອງ ແລະ ດຳເນີນການຂຸດຄົ້ນ-ປຸງແຕ່ງແຮ່ດັ່ງກ່າວ?

ຮູບພາບດາວທຽມໂດຍທົ່ວໄປຈະບໍ່ສາມາດສະໜອງຂໍ້ມູນກ່ຽວກັບຜູ້ປະກອບການ ຫລື ເຈົ້າຂອງອຸດສາຫະກໍາ ແລະ ການດຳເນີນງານຂອງບໍ່ແຮ່ເຫຼົ່ານັ້ນ. ບັນດາ ອົງການຈັດຕັ້ງ ແລະ ນັກເຄື່ອນໄຫວທາງສັງຄົມຢຸ່ເຂດທ້ອງຖິ່ນ ແລະ ພາກພື້ນໄດ້ສະຫນອງຂໍ້ມູນໃຫ້ຮູ້ເຖິງພາບລວມ ເພື່ອສ້າງຄວາມເຂົ້າໃຈວ່າພາກສ່ວນໃດມີສ່ວນຮ່ວມໃນການພັດທະນາ ແລະ ດຳເນີນງານຢູ່ບໍ່ແຮ່. ບົດລາຍງານຂອງ ມູນນິທິ  Shan Human Rights ໄດ້ເປີດເຜີຍວ່າແຫລ່ງແຮ່ຫາຍາກ ແລະ ຄຳ ຢູ່ແມ່ນ້ຳ Kok (ກົກ) ຢູ່ທິດເໜືອຂອງຊາຍແດນປະເທດໄທ ແລະ ພະມ້າ ແມ່ນ ບໍລິສັດ ແລະ ພົນລະເມືອງຈີນເປັນເຈົ້າຂອງ ແລະ ຄຸ້ມຄອງການດຳເນີນງານ. ບົດສະຫລຸບຂອງມະຫາວິທະຍາໄລ Warwick ແລະ ສູນຄົ້ນຄວ້າ Kachinland ໄດ້ໃຫ້ຮູ້ວ່າໂດຍທົ່ວໄປ ພົນລະເມືອງຈີນທີ່ມີສ່ວນກ່ຽວຂ້ອງຈະບໍລິຫານຂະບວນການຜະລິດທັງໝົດ ຫຼື ຄຸ້ມຄອງດ້ານເຕັກນິກ, ແລະ ປ່ອຍໃຫ້ການປະຕິບັດງານ ແລະ ການສໍາຜັດກັບວັດຖຸອັນຕະລາຍແບບຕໍ່ເນື່ອງ ແລະ ຍາວນານເປັນຫນ້າທີ່ຂອງຄົນທ້ອງຖິ່ນ.

In-Situ Leaching ໄດ້ປ່ຽນແປງພູມສັນຖານຄືແນວໃດ?

ກ່ອນການຂຸດຄົ້ນ-ປຸງແຕ່ງແຮ່: ພະຈິກ 2012, ລັດ Kachin, ປະເທດພະມ້າ. ຮູບພາບຈາກ: Google Earth, Maxar

ຫລັງຈາກການຂຸດຄົ້ນ-ປຸງແຕ່ງແຮ່: ມີນາ 2021, ລັດ Kachin, ປະເທດພະມ້າ. ຮູບພາບຈາກ: Google Earth, Maxar

ການຂຸດຄົ້ນ-ປຸງແຕ່ງແຮ່ແບບແບບເປິດໜ້າດິນ (heap leach mining)

ການຂຸດຄົ້ນ-ປຸງແຕ່ງບໍ່ແຮ່ແບບເປິດໜ້າດິນ (heap leach) ແມ່ນຫຍັງ ແລະ ມັນໄດ້ສ້າງມີມົນລະພິດຄືແນວໃດແດ່

ແຜນວາດຂະບວນການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach. ຮູບພາບຈາກ: Saldana, et al

ການຂຸດຄົ້ນ-ປຸງແຕ່ງແຮ່ແບບເປິດໜ້າດິນ (heap leaching) ແມ່ນຮູບແບບຂອງການຂຸດຄົ້ນ-ປຸງແຕ່ງແຮ່ປະເພດໜື່ງທີ່ກ້ອນຫີນແຮ່ຖືກບົດ, ຍໍ້າ, ແລະ ກອງເປັນຊັ້ນໆ ເຊິ່ງຈະມີແຜ່ນຮອງກັນຊືມຮອງຢູ່ພື້ນ. Heap leaching ສາມາດປຸງແຕ່ງໂລຫະໄດ້ຫຼາຍຊະນິດ, ແຕ່ບົດລາຍງານຂອງມູນນິທິສິດທິມະນຸດ  Shan Human Rights ໄດ້ສັງເກດເຫັນວ່າ ຂະບວນການ heap leaching ໄດ້ຖືກນໍາໃຊ້ເພື່ອຂຸດຄົ້ນ-ປຸງແຕ່ງຄຳ ເຊິ່ງກໍາລັງຂະຫຍາຍຕົວຢູ່ໃນເຂດພາກພື້ນ. Heap leaching ຍັງສາມາດນໍາໃຊ້ເຂົ້າໃນການຂຸດຄົ້ນ-ປຸງແຕ່ງທອງແດງ (copper), ນິກເກີນ (nickel), ແລະ ແມງການີສ (manganese). ທັ້ງນີ້ທັ້ງນັ້ນ, ປະເທດລາວ ກໍ່ໄດ້ນໍາໃຊ້ ຂະບວນການ heap leaching ໃນການຂຸດຄົ້ນ-ປຸງແຕ່ງຄຳ ເຊິ່ງເປັນຂະບວນການທີ່ຖືກກົດໝາຍ ເຊັ່ນ: ບໍ່ຄໍາເຊໂປນ ແລະ ພູຄຳ. ສໍາລັບຂະບວນການປູຸງແຕ່ງຄໍາແມ່ນການໂຮຍສານລະລາຍໂຊດຽມໄຊຢາໄນ (sodium cyanide) ໃສ່ກ້ອນຫີນແຮທີ່ບົດແລ້ວ, ແຊ່ປະໄວ້ຫຼາຍເດືອນ. ສານລະລາຍ cyanide ຈະມີປະຕິກິລິຍາກັບຫີນແຮ່ ແລະ ຄ່ອຍໆແຍກ ແລະ ລະລາຍຄຳອອກຈາກກ້ອນຫີນແຮ່ດັ່ງກ່າວ. ສານລະລາຍທີ່ມີຄໍາເຈືອປົນຈະໄຫຼອອກມາຈາກພື້ນຂອງກອງຫີນແຮ່ ແລະ ໄຫລລົງໄປໃນອ່າງຜ້າຢາງທີ່ຢູ່ໃກ້ຄຽງ ເຊິ່ງມັນຈະຖືກນໍາໄປຜ່ານຂະບວນການປຸງແຕ່ງ ເພີ່ມເຕີມ ເຊັ່ນ: ການດູດຊຶມກາກບອນ, ການຕົກຕະກອນສັງກະສີ, ການໃຊ້ຖ່ານກາກບອນ, ແລະອື່ນໆ, ເພື່ອແຍກຄຳອອກຈາກສານລະລາຍນັ້ນ. ສານສະລາຍທີ່ບໍ່ມີຄຳແມ່ນສາມາດນຳມາໃຊ້ຄືນໄດ້ອີກເພື່ອປຸງແຕ່ງຄໍາໃນຄັ້ງຕໍ່ໄປ ແລະ ມັກຈະຖືກເກັບໄວ້ແຍກເປັນກາກແຮ່ສະເພາະ. heap leach ສາມາດຢູ່ໄດ້ຫຼາຍເດືອນ (ຫຼື ດົນກວ່ານັ້ນ, ຂຶ້ນກັບຂະໜາດຂອງກອງຫີນແຮ່), ແລະ ເມື່ອ ສານລະລາຍ ໄດ້ຖືກປຸງແຕ່ງເອົາຄຳອອກໝົດແລ້ວ, ມັນຈະຖືກທຳລາຍ ຫຼື ປະຖິ້ມ.

ການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach (ແມ່ນຮູບແບບການຂຸດຄົ້ນແຮ່ທີ່ມີລາຄາຖືກ), ບົດລາຍງານຜ່ານມາໄດ້ສະແດງໃຫ້ເຫັນວ່າການຄວບຄຸມສານເຄມີທີ່ເໝາະສົມບໍ່ໄດ້ເປັນບູລິມະສິດ, ເຊິ່ງນຳໄປສູ່ການປົນເປື້ອນທາງສິ່ງແວດລ້ອມ. ອ່າງເກັບແຮ່ ແລະ ກາກແຮ່ຍັງຖືກປະລະແບບທຳມະຊາດ, ເຊິ່ງອາດຈະກາຍເປັນເລື່ອງທີ່ຍາກໃນການຈັດການຢູ່ໃນລະດູຝົນໂດຍສະເພາະເມື່ອຝົນຕົກໜັກຢ່າງກະທັນຫັນສາມາດເຮັດໃຫ້ເກີດມີນໍ້າລົ້ນ ແລະ ນໍາເອົາສິ່ງເສດເຫລືອລົງສູ່ລະບົບນ້ຳໃກ້ຄຽງ ແລະ ລົງສູ່ພື້ນດິນ. ການຂາດການດໍາເນີນງານທີ່ດີ ແລະ ເໝາະສົມສາມາດເຮັດໃຫ້ລະບົບການສົ່ງຕໍ່ຮົ່ວໄຫຼ, ເກີດມີການຈັດສັນບ່ອນວາງແຮ່ທີ່ບໍ່ຖຶກຕ້ອງ, ເຊິ່ງສາມາດເຮັດໃຫ້ເກີດອຸບັດຕິເຫດ, ແລະ ປະຖິ້ມໃຫ້ຮ້າງໃນທີ່ສຸດ.

ການໃຊ້ສານໄຊຢາໄນເພື່ອແຍກ ແລະ ປຸງແຕ່ງ/ສະກັດຄຳ ເຮັດໃຫ້ຄົນ ແລະ ສິ່ງແວດລ້ອມມີຄວາມສ່ຽງຕໍ່ການສຳຜັດກັບສານເຄມີອັນຕະລາຍເປັນເວລາຍາວນານ ແລະ/ຫຼື ໃນປະລິມານທີ່ ຫລາຍ.  ພິດຈາກສານ ໄຊຢາໄນ ໃນມະນຸດສາມາດເກີດຂຶ້ນໄດ້ໂດຍການກິນ, ການສູດດົມ, ຫຼື ການດູດຊຶມຜ່ານຜິວໜັງ. ມັນມີຜົນກະທົບຕໍ່ລະບົບຫາຍໃຈ, ສາມາດເຮັດໃຫ້ໝົດສະຕິ, ຊັກ, ຫົວໃຈວາຍ, ແລະ ຍັງຈະເປັນອັນຕະລາຍເຖິງຊີວິດໄດ້ເຖີງແມ່ນວ່າຈະໄດ້ຮັບສານດັ່ງກ່າວໃນປະລິມານທີ່ໜ້ອຍ. ສານນີ້ເປັນອັນຕະລາຍໂດຍສະເພາະສຳລັບພະນັກງານຂຸດຄົ້ນບໍ່ແຮ່ທີ່ໄດ້ສໍາຜັດ ກັບສານໄຊຢາໄນເປັນປະຈຳ, ນອກນັ້ນ ກໍ່ຍັງມີສັດປ່າເຊັ່ນ: ນົກທີ່ອົບພະຍົກອາດຈະກິນນ້ຳຈາກໜອງກາງແຈ້ງທີ່ມີສານດັ່ງກ່າວ ເຊິ່ງສາມາດເຮັດໃຫ້ເສຍຊີວິດໄດ້.

ວິທີການກຳນົດ/ລະບຸແຫລ່ງແຮ່

ການຂຸດຄົ້ນ-ປຸງແຕ່ງແຮ່ແບບເປິດໜ້າດິນ (heap leach) ສາມາດກຳນົດໄດ້ໂດຍໃຊ້ຮູບພາບດາວທຽມທີ່ມີຄວາມລະອຽດສູງ. ໃນການກຳນົດແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach, ພວກເຮົາໄດ້ໃຊ້ວິທີການຮຽນຮູ້ຈາກສິ່ງພິມອອນໄລນ໌ຂອງມູນນິທິສິດທິມະນຸດ Shan (ຊານ) (Shan Human Rights Foundation). ຄຸນລັກສະນະທີ່ພົ້ນເດັ່ນຂອງການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach ໄດ້ປະກອບມີກອງແຮ່ ແລະ ອ່າງນໍ້າທີ່ຢູ່ໃກ້ຄຽງເຊິ່ງຈະຖ້ອນໂຮມເອົາໂລຫະທີ່ລະລາຍແລ້ວນໍາໄປປຸງແຕ່ງຕື່ມອີກ. ການຂຸດຄົ້ນ-ປຸງແຕ່ງແຮ່ແບບ Heap leach ໂດຍທົ່ວໄປແມ່ນຢູ່ພື້ນທີ່ເປີດ ຫລື ແຮ່ທາດຝັງຢູ່ໃກ້ກັບໜ້າດິນ ເຊິ່ງຈະຖືກຂຸດຂຶ້ນມາ ແລະ ນໍາໄປກອງໄວ້ຈຸດເກັບຫີນແຮ່ທີ່ຢູ່ໃກ້ຄຽງ. ມາດຕະການທີ່ນໍາໃຊ້ທົ່ວໄປເພື່ອຫລຸດຜ່ອນການຮົ່ວຊືມຂອງ ສານໄຊຢາໄນ ເຂົ້າສູ່ສະພາບແວດລ້ອມອ້ອມຂ້າງແມ່ນ ການສ້າງອ່າງເກັບແຮ່ຂະໜາດປະມານໜຶ່ງສ່ວນສາມຂອງຂະໜາດແຫລ່ງແຮ່ທີ່ຂຸດຄົ້ນ. ອ່າງນີ້ຈະສະສົມເອົາເສດແຮ່ ແລະ ນໍ້າປົນເປື້ອນດ້ວຍໄຊຢາໄນ. ແຫລ່ງຂຸດຄົ້ນບໍ່ແຮ່ແບບ Heap leach ສ່ວນໃຫຍ່ທີ່ບັນທຶກໄວ້ຢູ່ໃນຖານຂໍ້ມູນ ແມ່ນຈະບໍ່ມີອ່າງເກັບແຮ່ຂະໜາດໃຫຍ່ ນັ້ນແມ່ນຍ້ອນວ່າ ພວກມັນໄດ້ຖືກຈັດໃຫ້ເປັນການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖຶກຕ້ອງ ແລະ ສັນນິຖານວ່າມັນເຮັດໃຫ້ເກີດມົນລະພິດທາງກົງຕໍ່ແມ່ນ້ຳ ແລະ ສິ່ງແວດລ້ອມອ້ອມຂ້າງ.

ຮູບພາບຄວາມລະອຽດສູງຂອງ ສະໜາມ Heap leach ຢູ່ໃນລັດ ຊານ (Shan State), ປະເທດພະມ້າ. ຮູບພາບຈາກ: Google Earth, Maxar.

ພາກສ່ວນໃດເປັນເຈົ້າຂອງ ແລະ ດຳເນີນການຂຸດຄົ້ນ-ປຸງແຕ່ງແຮ່ດັ່ງກ່າວ?

ຄ້າຍຄືກັນກັບແຮ່ຫາຍາກ, ການເປັນເຈົ້າຂອງແຫລ່ງແຮ່ heap leach ແມ່ນຍາກທີ່ຈະກຳນົດດ້ວຍການໃຊ້ຮູບພາບດາວທຽມ ແລະ ແຫຼ່ງຂໍ້ມູນເປີດ. ລະດັບຂອງເຄື່ອງຈັກທີ່ໃຊ້ຂຸດຄົ້ນ ແລະ ການຂົນສົ່ງກ້ອນຫີນແຮ່ໄປຫາກອງແຮ່, ແລະ ການເຂົ້າເຖິງສານລະລາຍທີ່ຈໍາເປັນຕໍ່ການປຸງແຕ່ງແຮ່ເຊັ່ນ: ໂຊດຽມໄຊຢາໄນ, ແມ່ນບົ່ງບອກໃຫ້ຮູ້ວ່າ ອົງການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງມີຊັບສິນພຽງພໍໃນການຈັດຊື້ວັດຖຸດັ່ງກ່າວ. ແຫລ່ງແຮ່ຈໍານວນໜຶ່ງແມ່ນຮູ້ກັນດີວ່າເຈົ້າຂອງສ່ວນໃຫຍ່ແມ່ນພົນລະເມືອງຈີນ ໃນນັ້ນເປັນເຈົ້າຂອງບໍ່ຄໍາເຊໂປນຢູ່ໃນພາກໃຕ້ຂອງປະເທດລາວ ເຊິ່ງການຂຸດຄົ້ນ-ປຸງແຕ່ງແຮ່ແມ່ນແບບເປີດໜ້າດິນ (heap leach) ໄດ້ຖືກນໍາໃຊ້ເພື່ອປຸງແຕ່ງຄຳ. ໃນປີ 2022, ມູນນິທິ Shan Human Rights ໄດ້ລາຍງານໃຫ້ຮູ້ວ່າມີບໍລິສັດ 12 ແຫ່ງຢູ່ໃນລັດຊານທີ່ຕັ້ງຢູ່ທາງທິດຕາເວັນອອກຕາມສາຍແມ່ນ້ຳຂອງໄດ້ມີໃບອະນຸຍາດດຳເນີນງານຂຸດຄົ້ນ-ປຸງແຕ່ງຄຳແບບ heap leach. ບົດລາຍງານສະບັບດັ່ງກ່າວ ໄດ້ໃຫ້ຮູ້ລາຍຊື່ບໍລິສັດທີ່ໄດ້ຮັບໃບອະນຸຍາດຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach ເຊິ່ງຄັດຈ້ອນມາຈາກບັນຊີລາຍຊື່ອານຸຍາດຂຸດຄົ້ນແຮ່ທາດຕ່າງໆ ແລະ ຂະບວນການປຸງແຕ່ງຄໍາທີ່ໄດ້ຈັດພິມເຜີຍແຜ່ໃນເດືອນພະຈິກ ປີ 2021 ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ຮັກສາສິ່ງແວດລ້ອມຂອງປະເທດພະມ້າ. ບັນຊີລາຍຊື່ນີ້ປະກອບດ້ວຍຊື່ຂອງບໍລິສັດຫຼາຍຮ້ອຍແຫ່ງທີ່ມີໃບອະນຸຍາດຂຸດຄົ້ນຄຳທົ່ວປະເທດພະມ້າ ແຕ່ໃບອະນຸຍາດທັງໝົດກໍ່ບໍ່ແມ່ນການຂຸດຄົ້ນແຮ່ແບບ heap leach ແຕ່ພຽງຢ່າງດຽວ.

ການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach ໄດ້ປ່ຽນແປງພູມສັນຖານຄືແນວໃດ?

ກ່ອນໜ້າການຂຸດຄົ້ນ-ປຸງແຕ່ງແຮ່: ເດືອນກຸມພາ 2014, ລັດ Shan (ຊານ), ປະເທດພະມ້າ ຕາມສາຍແມ່ນໍ້າຂອງ 15 ກິໂລແມັດ ຢູ່ຕອນເທິງຂອງສາມຫຼ່ຽມທອງຄໍາ. ຮູບພາບຈາກ: Google Earth, Maxar

ຫຼັງຈາກການຂຸດຄົ້ນ-ປຸງແຕ່ງແຮ່: ເດືອນມັງກອນ ປີ 2025, ລັດ Shan (ຊານ), ປະເທດພະມ້າ ຕາມສາຍແມ່ນ້ຳຂອງ 15 ກິໂລແມັດ ຢູ່ຕອນເທິງເຂດສາມຫຼ່ຽມທອງຄໍາ. ຮູບພາບຈາກ: Google Earth, Maxar

ການຂຸດຄົ້ນ-ປຸງແຕ່ງແຮ່ແບບນໍ້າພັດ ຫລື ເຊາະລ້າງຕະກອນ (alluvial)

ຕົວຢ່າງຂອງການຂຸດຄົ້ນ-ປຸງແຕ່ງຄຳແບບ alluvial ຂະໜາດກາງຢູ່ Siberia. ການດຳເນີນງານທີ່ຄ້າຍຄືກັນນີ້ພົບເຫັນຢູ່ທົ່ວພາກພື້ນແມ່ນ້ຳຂອງ. (ຮູບພາບໂດຍ: Vyacheslav Krechetov)

ການຂຸດຄົ້ນ-ປຸງແຕ່ງແຮ່ແບບນໍ້າພັດ/ເຊາະລ້າງຕະກອນ (Alluvial) ແມ່ນຫຍັງ ແລະ ມັນໄດ້ສ້າງມົນລະພີດຄືແນວໃດແດ່?

ການຂຸດຄົ້ນ-ປຸງແຕ່ງແຮ່ແບບນໍ້າພັດຕະກອນ (Alluvial) ແມ່ນຂະບວນການທີ່ນໍາເອົາຕະກອນຢູ່ພື້ນນ້ຳ ແລະ ຕາມແຄມແມ່ນ້ຳມາປຸງແຕ່ງ ຫລື ສະກັດເອົາຄຳ ຫຼື ໂລຫະອື່ນໆເຊັ່ນ: ເງິນ ຫຼື ກົ່ວ ໂດຍຜ່ານເຕັກນິກຕ່າງໆ ລວມເຖິງເຕັກນິກຕາມແຮງດຶງດູດເຊັ່ນ: ການເຊາະລ້າງຕະກອນ/ດິນຜ່ານຖາດຮອງເປັນຊັ້ນໆ, ການໃຊ້ເຄື່ອງຈັກດູດຕະກອນຢູ່ພືິ້ນນໍ້າ, ແລະ ການຮ່ອນດ້ວຍຖາດ ຫລື ຈານ. ໂດຍທົ່ວໄປ ສານບາຫລອດແມ່ນຖືກນໍາໃຊ້ເປັນປະຈໍາຄຽງຄູ່ກັບເຕັກນິກແຮງດຶງດູດເພື່ອເພີ່ມປະສິດທິພາບໃນການແຍກຄໍາດ້ວຍຂະບວນການໃຊ້ບາຫລອດປະສົມກັບວັດຖຸໃດໜຶ່ງເຮັດໃຫ້ບາຫລອດແລະໂລຫະລວມຕົວກັນກາຍເປັນວັດຖຸອັນດຽວກັນ (amalgamation).  ກ້ອນຫີນທີ່ຂຸດຄົ້ນໄດ້ຈະຖືກບົດເປັນສິ້ນສ່ວນນ້ອຍໆ ແລະ ເອົາໃສ່ໂຮງບົດພ້ອມກັບນ້ຳທີ່ໄຫລມາຈາກແມ່ນ້ຳໃກ້ຄຽງ. ຈາກນັ້ນຈະເຕີມບາລອດລົງໃສ່ໃນສ່ວນປະສົມດັ່ງກາວ, ແລະ ໃນຂະນະທີ່ໂຮງບົດປະສົມວັດຖຸຕ່າງໆໃຫ້ເຂົ້າກັນ, ຫີນບົດຈະມີປະຕິກິລິຍາກັບສານບາຫລອດເຮັດຄໍາຈັບໂຕກັບບາຫລອດກາຍເປັນກ້ອນວັດຖຸດຽວກັນ (amalgamation). ຈາກນັ້ນ ກ້ອນຄໍາບາຫລອດຈະຖືກແຍກອອກຈາກວັດຖຸຕ່າງໆ ແລະ ໃຊ້ຄວາມຮ້ອນເພື່ອເຮັດໃຫ້ສານບາລອດລະເຫີຍອອກ, ຈາກນັ້ນຈະເຮັດໃຫ້ເຫຼືອແຕ່ຄຳ.

ແຜນວາດການສະສົມຂອງຄຳ, ບາຫລອດ, ແລະ ກົ່ວ ແລະ ທິດທາງການໄຫລເຂົ້າຄອງນໍ້າທີ່ຂຸດໄວ້. ຮູບພາບໂດຍ: Andrea Chica

ການຂຸດຄົ້ນ-ປຸງແຕ່ງແຮ່ແບບນໍ້າພັດຕະກອນ (alluvial) ແມ່ນສາມາດເຄື່ອນຍ້າຍໄດ້, ເພາະວ່າມັນບໍ່ໃຊ້ເວລາຫລາຍເກີນໄປໃນການຂຸດຄົ້ນຢູ່ຈຸດໜຶ່ງຂອງແມ່ນ້ຳກ່ອນທີ່ຈະເຄື່ອນຍ້າຍຂຶ້ນ ຫຼື ລົງຕາມສາຍນ້ຳນັ້ນໆເພື່ອດໍາເນີນງານແບບຊໍ້າໆອີກ. ຕົວຢ່າງ, ຈາກການສັງເກດແມ່ນ້ຳສາຍດຽວເປັນເວລາ 2-3 ປີ ສະແດງໃຫ້ເຫັນວ່າຜູ້ຂຸດຄົ້ນ-ປຸງແຕ່ງແຮ່ໄດ້ເຄື່ອນຍ້າຍໄປທົ່ວທຸກແຫ່ງຕາມສາຍນ້ຳນັ້ນ, ເຮັດໃຫ້ແຫລ່ງແຮ່ທີ່ເຄີຍຂຸດຄົ້ນຖືກຖິ້ມປະຮ້າງໄວ້ ເຊິ່ງປ່ອຍໃຫ້ພືດພັນຄ່ອຍໆເກີດຂຶ້ນປົກຄຸມແຫລ່ງແຮ່ຮ້າງດັ່ງກາວ.

ການໃຊ້ສານບາຫຼອດເພື່ອແຍກ ແລະ ສະກັດເອົາຄຳເຮັດໃຫ້ມະນຸດ ແລະ ສິ່ງແວດລ້ອມມີຄວາມສ່ຽງຕໍ່ການສຳຜັດກັບໂລຫະອັນຕະລາຍເປັນເວລາຍາວນານ ແລະ/ຫຼື ໃນປະລິມານທີ່ຫລາຍ. ພິດຈາກສານບາຫຼອດຈະທຳລາຍລະບົບປະສາດສ່ວນກາງ, ລະບົບພູມຕ້ານທານ ແລະ ລະບົບສືບພັນ, ພ້ອມທັງເຮັດໃຫ້ເກີດມີອາການແພ້, ລະຄາຍເຄືອງທາງຜິວໜັງ, ອ່ອນເພຍ, ແລະ ເຈັບຫົວ. ຄວາມພິການທາງຮ່າງກາຍ ແລະ ຈິດໃຈແມ່ນເກີດມີຫຼາຍຂຶ້ນຢູ່ໃນເດັກນ້ອຍທີ່ອາໃສຢູ່ໃກ້ກັບຊຸມຊົນທີ່ມີແຫລ່ງຂຸດຄົ້ນຄຳທີ່່ໃຊ້ສານບາຫຼອດ. ທາງດ້ານສິ່ງແວດລ້ອມ, ສານບາຫຼອດສາມາດສົ່ງຜົນກະທົບທາງລົບຕໍ່ລະບົບຕ່ອງໂສ້ອາຫານ ແລະ ຄວາມຫຼາກຫຼາຍທາງຊີວະພາບທີ່ຢູ່ໃກ້ຄຽງ. ໃນລະບົບແມ່ນ້ຳ, ສານບາຫຼອດມີຜົນກະທົບຕໍ່ການເຕີບໂຕ ແລະ ສຸຂະພາບຂອງພືດ ແລະ ສັດ, ແລະ ເປັນໄພຂົ່ມຂູ່ຕໍ່ສັດ ຫຼື ມະນຸດທີ່ກິນພືດ ຫຼື ເນື້ອສັດດັ່ງກ່າວເຂົ້າໄປ ເຊັ່ນ: ປາ, ເຊິ່ງເປັນທີ່ຮູ້ກັນດີວ່າມັນສາມາດສະສົມສານບາຫຼອດໄວ້ໄດ້. ຜະລິດຕະພັນກະສິກໍາເຊັ່ນ: ເຂົ້າ, ເປັນພືດທີ່ສຳຜັດກັບນ້ຳທີ່ປົນເປື້ອນ ອາດເຮັດໃຫ້ເກີດມີການດູດຊຶມເອົາສານບາຫຼອດໄວ້ໄດ້ຫລາຍ ເຊິ່ງມັນມີຄວາມສໍາຄັນທີ່ສູດຢູ່ໃນພາກພື້ນນີ້ ຍ້ອນວ່າປະເທດໄທ ແລະ ຫວຽດນາມເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ຢູ່ໃນອັນດັບສອງ ແລະ ອັນດັບສາມຂອງໂລກ.

ສຸດທ້າຍ, ການຂຸດຄົ້ນຄຳໂດຍທົ່ວໄປຈະປ່ອຍສິ່ງເສດເຫຼືອທີ່ເປັນໂລຫະໜັກຕ່າງໆເປັນຈຳນວນຫຼວງຫຼາຍອອກມາ, ເຊິ່ງຖ້າມີໃນປະລິມານທີ່ຫລາຍແມ່ນຈະສົ່ງຜົນເສຍຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ. ໂລຫະໜັກບາງຊະນິດ, ເຊັ່ນ: ທາດເຫຼັກ, ສັງກະສີ, ແລະ ທອງແດງ, ແມ່ນມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ ແລະ ຊີວະວິທະຍາທົ່ວໄປຂອງພວກເຮົາ, ແຕ່ກໍ່ມີໃນປະລິມານທີ່ໜ້ອຍເທົ່ານັ້ນ, ແລະ ຖ້າຮ່າງກາຍຂອງມະນຸດສະສົມໄວ້ຫລາຍແມ່ນຈະສາມາດທຳລາຍອະໄວຍະວະທີ່ສຳຄັນໄດ້. ໂລຫະໜັກອື່ນໆ, ເຊັ່ນ: ໂຄຣມຽມ (chromium), ກົ່ວ(lead), ແລະ ອາເຊນິກ (arsenic), (ແລະ ບາຫລອດ), ຈະລົບກວນຂະບວນການທາງຊີວະວິທະຍາ. ຕົວຢ່າງ, ສານພິດຈາກຕະກົ່ວເຮັດໃຫ້ເກີດຄວາມຜິດປົກກະຕິທາງດ້ານລະບົບປະສາດ, ລະບົບຫາຍໃຈ, ລະບົບປັດສະວະ, ແລະ ຫົວໃຈ ແລະ ຫຼອດເລືອດ. ໂຄຣມຽມສະສົມຢູ່ໃນຮ່າງກາຍຂອງມະນຸດສາມາດເຮັດໃຫ້ເກີດພະຍາດຜິວໜັງ, ໝາກໄຂ່ຫຼັງ, ແລະ ລະບົບປະສາດເກີດມີບັນຫາ, ແລະ ເປັນສາເຫດຂອງມະເຮັງຫຼາຍຊະນິດລວມທັງປອດ, ໝາກໄຂ່ຫຼັງ, ແລະ ກະດູກ.

 ວິທີການກຳນົດ/ລະບຸແຫລ່ງແຮ່

ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ສາມາດກໍານົດແຫລ່ງຂຸດຄົ້ນໄດ້ໂດຍໃຊ້ຮູບພາບດາວທຽມທີ່ມີຄວາມລະອຽດສູງ. ບໍ່ແຮ່ເຫຼົ່ານີ້ມີການເຄື່ອນຍ້າຍຫຼາຍ, ສະນັ້ນ ບໍ່ແຮ່ທີ່ກໍາລັງດຳເນີນງານຢູ່ແມ່ນຈະຊອກຫາໄດ້ຍາກ, ແຕ່ເຄື່ອງໝາຍຢູ່ເທິງໜ້າດິນມັກຈະມີຮູບຮ່າງເປັນຄືຮູບວົງມົນ ເຊິ່ງເກີດມາຈາກຄວາມແຕກຕ່າງຂອງການຂຸດຄົ້ນ. “ຮອຍແປ້ວ” ເຫຼົ່ານີ້ມັກຈະປະກົດຢູ່ເທິງຫນ້າດິນທີ່ຖືກລົບກວນຢູ່ອ້ອມຮອບແມ່ນ້ຳ ໂດຍດິນຈະພົ້ນຂຶ້ນ ແລະ ມີອ່າງນ້ຳ, ເຊິ່ງພວກມັນເປັນຮ່ອງຮອຍຂອງສິ່ງເສດເຫຼືອທີ່ເກີດຈາກການຂຸດຄົ້ນ-ປຸງແຕ່ງແຮ່. ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ແມ່ນເຮັດໃຫ້ພື້ນທີ່ເກີດມີຮູບພາບທີ່ຄ້າຍຄືກັນກັບການຕັດໄມ້ທຳລາຍປ່າຢູ່ອ້ອມຮອບບໍລິເວນຮອຍແປ້ວນັ້ນ; ດັ່ງນັ້ນ, ສັນຍານທຳອິດຂອງການຂຸດຄົ້ນດິນຊາຍແມ່ນການປ່ຽນແປງຂອງພື້ນທີ່ປົກຄຸມດ້ວຍປ່າໄມ້ ຫຼື ການຖາງປ່າຕາມແຄມແມ່ນ້ຳ. ການຂຸດຄົ້ນແຮ່ໃນຮູບແບບອື່ນທີ່ສາມາດເກີດຂຶ້ນຕາມແຄມແມ່ນ້ຳແມ່ນການຂຸດຄົ້ນດິນຊາຍ ຫຼື ກ້ອນຫີນ, ເຊິ່ງສາມາດເຮັດໃຫ້ເກີດມີຂຸມຕາມແຄມແມ່ນ້ຳໄດ້ເຊັ່ນດຽວກັນ. ຄວາມແຕກຕ່າງລະຫວ່າງຂຸມທີ່ເກີດຂຶ້ນຈາກການຂຸດຄົ້ນ-ປຸງແຕ່ງໂລຫະແບບ alluvial ແລະ ການຂຸດຄົ້ນດິນຊາຍແມ່ນສາມາດບົ່ງບອກໄດ້ຈາກສີຂອງຂຸມ ເຊິ່ງຂຸມສີຂຽວ ຫຼື ສີຟ້າ ແມ່ນເກີດຈາກການຂຸດຄົ້ນ-ປຸງແຕ່ງແບບ alluvial. ສີຂຽວເກີດຂຶ້ນຍ້ອນແຮ່ທອງແດງຫຼາຍຊະນິດທີ່ມັກພົບເຫັນຢູ່ກັບຄຳ ແລະ ໂລຫະອື່ນໆ. ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນທົ່ວໂລກວ່າມີຄວາມອັນຕະລາຍຢ່າງຮ້າຍແຮງຕໍ່ແມ່ນ້ຳ ແລະ ສິ່ງແວດລ້ອມຢູ່ໃນໄລຍະຂອງການດໍາເນີນງານ ແລະ ຫລັງຈາກສິ້ນສຸດການຂຸດຄົ້ນທີ່ບໍ່ມີການຟື້ນຟູສິ່ງແວດລ້ອມ. ບໍ່ແຮ່ທີ່ໄດ້ບັນທຶກໄວ້ຢູ່ໃນລະບົບຂໍ້ມູນນີ້ແມ່ນກົງກັບລັກສະນະທີ່ໄດ້ອະທິບາຍຜ່ານມາ ເຊິ່ງບໍ່ມີສັນຍານຂອງການຟື້ນຟູສິ່ງແວດລ້ອມ ແລະ ດັ່ງນັ້ນຈຶ່ງຖືກຈັດວ່າເປັນການຂຸດຄົ້ນແຮ່ທີ່ບໍ່ຖືກຕ້ອງ.

ຮູບພາບຄວາມລະອຽດສູງຂອງການຂຸດຄົ້ນ-ປຸງແຕ່ແຮ່ແບບ alluvial ໃນອ່າງນໍ້າ ແຂວງເຊກອງ, ສປປ ລາວ. ຮູບພາບຈາກ: Google Earth, Maxar.

ພາກສ່ວນໃດເປັນເຈົ້າຂອງ ແລະ ດຳເນີນການຂຸດຄົ້ນ-ປຸງແຕ່ງແຮ່ດັ່ງກ່າວ?

ການທີ່ຈະຮູ້ໄດ້ວ່າແມ່ນບໍລິສັດ ຫຼື ບຸກຄົນໃດຫນຶ່ງດຳເນີນການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ຢູ່ໃນແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສຽງໃຕ້ແມ່ນເປັນເລື່ອງທີ່ຍາກຫຼາຍ. ປະຊາຊົນໄດ້ຂຸດຄົ້ນ-ປຸງແຕ່ງແຮ່ແບບດັ້ງເດີມເພື່ອເປັນການດຳລົງຊີວິດ. ຂໍ້ມູນການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ສ່ວນຫລາຍທີ່ມີຢູ່ໃນ dashboard ແມ່ນການຂຸດຄົ້ນແຮ່ແບບ alluvial ຂະໜາດກາງ ຫຼື ໃຫຍ່ກວ່ານັ້ນ. ການດໍາເນີນການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ເຫຼົ່ານີ້ອາດຈະມາຈາກບໍລິສັດທີ່ມີຕົ້ນກຳເນີດຢູ່ໃນປະເທດເຈົ້າພາບຄື: ປະເທດພະມ້າ, ລາວ, ແລະ ກຳປູເຈຍ ຫຼື ອາດແມ່ນບໍລິສັດທີ່ມາຈາກຕ່າງປະເທດ. ເນື່ອງຈາກ ປະເທດລາວຂ້ອນຂ້າງມີການເປີດກວ້າງລະຫວ່າງຊາຍແດນ, ພວກເຮົາຕັ້ງສົມມຸດຖານວ່າການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງບາງເທື່ອແມ່ນມາຈາກບໍລິສັດຂຸດຄົ້ນແຮ່ທີ່ມີຕົ້ນກຳເນີດມາຈາກປະເທດເພື່ອນບ້ານຄື ປະເທດໄທ, ຫວຽດນາມ, ແລະ ຈີນ. ບໍລິສັດຂຸດຄົ້ນແຮ່ຂະໜາດໃຫຍ່ອາດຈະຈ້າງແຮງງານທ້ອງຖິ່ນເພື່ອຮັບຜິດຊອບຫນ້າວຽກທີ່ມີຄວາມສ່ຽງຕໍ່ການສຳຜັດກັບສານເຄມີ ຫຼື ດິນເຈື່ອນທີ່ເປັນອັນຕະລາຍ. ເອກະສານສ່ວນຫລາຍທີ່ກ່ຽວກັບການຂຸດຄົ້ນບໍ່ແຮ່ໃນແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສຽງໃຕ້ໄດ້ໃຫ້ຮູ້ວ່າການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ສ່ວນໃຫຍ່ແມ່ນເພືຶ່ອສະກັດເອົາຄຳ, ແຕ່ຕົວຢ່າງຂອງການຂຸດຄົ້ນໂລຫະອື່ນໆເຊັ່ນ ເງິນ ຫຼື ກົ່ວແມ່ນກໍ່ໄດ້ຖືກບັນທຶກໄວ້ແລ້ວ.

ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ປ່ຽນແປງພູມສັນຖານຄືແນວໃດ?

ກ່ອນໜ້າການຂຸດຄົ້ນ-ປຸງແຕ່ງແຮ່: ເດືອນຕຸລາ ປິ 2019, ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ໃນອ່າງນ້ຳກະດິງ, ປະເທດລາວ. ຮູບພາບຈາກ: Google Earth, Maxar

ຫຼັງຈາກການຂຸດຄົ້ນ-ປຸງແຕ່ງແຮ່: ເດືອນມັງກອນ ປິ 2024, ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ໃນອ່າງນ້ຳກະດິງ, ປະເທດລາວ. ຮູບພາບຈາກ: Google Earth, Maxar

ກ່ອນໜ້າການຂຸດຄົ້ນ-ປຸງແຕ່ງແຮ່: ເດືອນກຸມພາ ປີ 2010, ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ຢູ່ໃນແມ່ນໍ້າ Uyu, ປະເທດພະມ້າ.

ຫຼັງຈາກການຂຸດຄົ້ນ-ປຸງແຕ່ງແຮ່: ເດືອນທັນວາ 2020, ການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ຢູ່ໃນແມ່ນໍ້າ Uyu, ປະເທດພະມ້າ.

ການຂຸດຄົ້ນ-ປຸງແຕ່ງແຮ່ສ່ວນໃຫຍ່ສຸມໃສ່ບ່ອນໃດແດ່?

ບົດຄວາມນີ້ພຽງແຕ່ສົນທະນາກ່ຽວກັບທີ່ຕັ້ງ ແລະ ຜົນກະທົບຂອງການຂຸດຄົ້ນບໍ່ແຮ່ສາມປະເພດທີ່ບໍ່ຖືກຕ້ອງຢູ່ໃນແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສຽງໃຕ້ ເຊິ່ງປະກອບມີ: ການຂຸດຄົ້ນແບບປິດໜ້າດິນ ຫລື ຢູ່ແຫລ່ງແຮ່ (ແຮ່ຫາຍາກ) [in-situ leaching], ແບບເປິດໜ້າດິນ (ຄໍາ, ທອງແດງ, ນິກເກີນ, ແມງການີສ) [heap leach] ແລະ ແບບນໍ້າພັດຕະກອນ (ຄຳ, ເງິນ, ກົ່ວ) [alluvial]. ລາຍລະອຽດກ່ຽວກັບຂະບວນການຂອງການຂຸດຄົ້ນ-ປຸງແຕ່ງແຮ່ດັ່ງກ່າວ ແລະ ສາເຫດທີ່ເຮັດໃຫ້ເກີດມົນລະພິດຢູ່ຕາມແມ່ນ້ຳແມ່ນຈະໄດ້ນໍາສະເໜິໃນພາກຕໍ່ໄປນີ້.

ປະເທດພະມ້າ:

 ເກືອບຮອດ 80% ຂອການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງແມ່ນເກີດຂຶ້ນໃນປະເທດພະມ້າ (1,885 ແຫລ່ງ) ເຊິ່ງການຂຸດຄົ້ນ-ປຸງແຕ່ງແຮ່ ແລະ ຂໍ້ຂັດແຍ່ງພາຍໃນຂອງພະມ້າໄດ້ຖືກບັນທຶກໄວ້ແລ້ວເປັນເວລາຫຼາຍປີ. ການລາຍງານໃນເບື້ອງຕົ້ນກ່ຽວກັບການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກທີ່ບໍ່ຖືກຕ້ອງແມ່ນບໍລິສັດຈີນຢູ່ໃນລັດ Kachin (ກະຊິນ)- ສ່ວນໜຶ່ງແມ່ນຢູ່ອ່າງນໍ້າ Irrawaddy (ອິຣາວາດີ) – ເຊິ່ງໄດ້ມີການເຜີຍແຜ່ໃນປີ 2021 ໂດຍວາລະສານ Frontier Myanmar ແລະ ໃນປີ 2022 ເຜີຍແຜ່ໂດຍ Global Witness, ແລະ ໃນເດືອນພຶດສະພາ ປີ 2025 ບົດລາຍງານຈາກມູນນິທິ Shan Human Rights Foundation ໃຫ້ຮູ້ກ່ຽວກັບການດຳເນີນງານຄົ້ນແຮ່-ປຸງແຕ່ງແຮ່ຫາຍາກໃນລັດ Shan (ຊານ) ຢູ່ພາກຕາເວັນອອກຂອງປະເທດພະມ້າ, ເຊິ່ງຢູ່ຕາມສາຍແມ່ນໍ້າຂອງ ແລະ ແມ່ນໍ້າ Salween (ສາລວິນ). ການກໍ່ລັດຖະປະຫານໃນປີ 2021 ເຮັດໃຫ້ການຂຸດຄົ້ນ-ປຸງແຕ່ງແຮ່ຂອງບໍລິສັດຈີນເຄື່ອນຍ້າຍການຂຸດຄົ້ນຈາກລັດ Kachin ໄປລັດ Shan (ຈະໄດ້ນໍາສະເໜີໃນພາກຕໍ່ໄປ). ປະຈຸບັນ, ມີແຫລ່ງແຮ່ຢ່າງໜ້ອຍ 549 ແຫ່ງທີ່ທໍາການຂຸດຄົ້ນ-ປຸງແຕ່ງແຮ່-ແຮ່ຫາຍາກ-ທີ່ບໍ່ຖືກຕ້ອງຢູ່ໃນປະເທດພະມ້າ. ບໍລິສັດຂຸດຄົ້ນບໍ່ແຮ່ສ່ວນໃຫຍ່ຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກອໍໍານາດການປົກຄອງຂັ້ນທ້ອງຖິ່ນ ແລະ ສຳປະທານທີ່ດິນເພື່ອພັດທະນາ ແລະ ດໍາເນີນການຂຸດຄົ້ນບໍ່ແຮ່. ຍ້ອນຄວາມແຕກຕ່າງຂອງໂຄງສ້າງການປົກຄອງເຮັດໃຫ້ໃບອະນຸຍາດ ແລະ ການສຳປະທານຂຶ້ນກັບຈຸດທີ່ຕັ້ງຂອງບໍ່ແຮ່. ໃນປະເທດພະມ້າ, ບັນດາບໍ່ແຮ່ແມ່ນຢູ່ໃນລັດ Kachin ຫຼື Shan ບ່ອນທີ່ທະຫານຄູ້ມຄອງເປັນເວລາດົນນານມາແລ້ວ ແລະ ການຂຸດຄົ້ນແຮ່ກໍ່ໄດ້ລົດໜ້ອຍຖອຍລົງຕັ້ງແຕ່ມີການກໍ່ລັດຖະປະຫານ. ປະຈຸບັນ, ກຸ່ມປະກອບອາວຸດຊົນເຜົ່າເຊັ່ນ: ກອງທັບເອກະລາດ Kachin (KIA), ກອງທັບລັດ Wa (UWSA), ແລະ ກອງທັບພັນທະມິດປະຊາທິປະໄຕແຫ່ງຊາດ (NDAA)

ໄດ້ຄຸ້ມຄອງເຂດແດນບ່ອນທີ່ບໍ່ແຮ່ຫລາຍ.

ສະໜາມຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງຢູ່ປະເທດພະມ້າ

ການອອກແບບ ການຂຸດຄົ້ນ-ປຸງແຕ່ງແຮ່ແບບປິດໜ້າດິນ (in-situ leaching) ສໍາລັບແຮ່ຫາຍາກຖືກພັດທະນາຂຶ້ນໃນປະເທດຈີນ ແລະ ຍ້ອນມີຄວາມຕ້ອງການສູງຕໍ່ແຮ່ຫາຍາກຊະນິດເຂັ້ມຂຸ້ນ ເຮັດໃຫ້ອຸດສາຫະກຳບໍ່ແຮ່ພາຍໃນປະເທດເກີດຂຶ້ນໂດຍທີ່ບໍ່ຖືກມາດຕະຖານ ແລະ ຜິດກົດໝາຍ ຢູ່ໃນພາກໃຕ້ຂອງຈີນ. ຍ້ອນຮັບຮູ້ໄດ້ເຖິງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ນິເວດວິທະຍາທີ່ເພີ່ມຂຶ້ນຈາກການຂຸດຄົ້ນແຮ່ເຫລົ່ານັ້້ນ, ປະເທດຈີນໄດ້ເລີ່ມປະຕິຮູບການຂຸດຄົ້ນຢູ່ໃນຊຸມປີ 2000 ຫາກາງຊຸມປີ 2010, ເຊິ່ງປະກອບມີການປາບປາມການຂຸດຄົ້ນແຮ່ທີ່ຜິດກົດໝາຍ, ການອອກກົດລະບຽບດ້ານສິ່ງແວດລ້ອມທີ່ເຂັ້ມງວດຂຶ້ນ, ແລະ ການລວມອຸດສາຫະກຳເຂົ້າເປັນຫົກຫົວໜ່ວຍວິສາຫະກິດຂອງລັດ. ສິ່ງນີ້ອາດຈະຊຸກຍູ້ໃຫ້ຜູ້ປະກອບການຊອກຫາທາງເລືອກໃຫມ່ໃນການຄົ້ນຫາແຫຼ່ງແຮ່ຫາຍາກຊະນິດເຂັ້ມຂຸ້ນ. ການຍົກຍ້າຍການຂຸດຄົ້ນ-ປຸງແຕ່ງແຮ່ຢູ່ພາຍໃນອອກຈາກປະເທດຈີນ ໄດ້ສອດຄ່ອງກັບບັນດາບໍ່ແຮ່ທີ່ໄດ້ເກີດຂຶ້ນຢູ່ໃນລັດ Kachin ໃນກາງຊຸມປີ 2010. ການກໍ່ລັດຖະປະຫານຢູ່ປະເທດພະມ້າໄດ້ເລີ່ມຕົ້ນໃນປີ 2021 ຈົນເຖິງປີ 2024, ກຸ່ມ KIA ໄດ້ຄ່ອຍໆຍຶດເອົາດິນແດນຈາກກອງກຳລັງປ້ອງກັນຊາຍແດນ Kachin ທີ່ຄອບຄອງແຫລ່ງແຮ່ຫາຍາກເປັນສ່ວນໃຫຍ່ຢູ່ໃນລັດນັ້ນ. ເຊິ່ງມັນໄດ້ເຮັດໃຫ້ການສົ່ງອອກແຮ່ຫາຍາກໄປຫາປະເທດຈີນຢຸດຊົ່ວຄາວເປັນເວລາຫຼາຍເດືອນ, ເຊິ່ງນັ້ນ ໄດ້ລົບກວນລະບົບຕ່ອງໂສ້ການສະໜອງຢູ່ໃນທົ່ວໂລກ ແລະ ເຮັດໃຫ້ບໍລິສັດຈີນກະຈາຍການສະໜອງແຮ່ທາດໂດຍການສຳຫຼວດທ່າແຮງໃຫມ່ຂອງແຫຼ່ງແຮ່ທີ່ຢູູ່ໃກ້ຄຽງ ເຖິງແມ່ນວ່າແຫລ່ງແຮ່ທາດຈຳນວນໜຶ່ງໄດ້ດຳເນີນງານຕັ້ງແຕ່ປີ 2015, ແຕ່ການແຜ່ຂະຫຍາຍການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກໃນຂອບເຂດອ່າງແມ່ນ້ຳຂອງໄດ້ເລີ່ມຕົ້ນໃນປີ 2022 ແລະ ປະຈຸບັນໄດ້ແຜ່ຂະຫຍາຍໄປທົ່ວເຂດແດນຂອງ UWSA ແລະ NDAA ໃນລັດຊານ (Shan State), ແລະ ພາກຕາເວັນອອກສຽງເໜືອຂອງປະເທດລາວ.

ການຂຸດຄົ້ນ-ປຸງແຕ່ງຄຳທີ່ບໍ່ຖືກຕ້ອງໄດ້ກາຍເປັນກິດຈະກຳທາງເສດຖະກິດທີ່ມີທ່າແຮງໃນປະເທດພະມ້າມາເປັນເວລາຫຼາຍທົດສະວັດຂອງຜູ້ປະກອບການລາຍຍ່ອຍ ແລະ ອຸດສາຫະກຳໃຫຍ່, ແຕ່ການລາຍງານໄດ້ເຊື່ອມໂຍງການຂຸດຄົ້ນຄໍາທີ່ເພີ່ມຂຶ້ນ ກັບການກໍ່ລັດຖະປະຫານໃນປີ 2021 ໃນປະເທດພະມ້າ ເຊິ່ງສອດຄ່ອງກັບແນວໂນ້ມທີ່ເຮັດໃຫ້ລາຄາຂອງຄຳເພີ່ມຂຶ້ນ, ເຊິ່ງປະຈຸບັນໄດ້ເພີ່ມຂຶ້ນຢູ່ໃນລະດັບສູງສຸດເປັນປະຫວັດສາດ. ການຂຸດຄົ້ນ-ປຸງແຕ່ງແຮ່ແບບເປີດໜ້າດິນ (heap leach) ແມ່ນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2017 ເຊິ່ງໄດ້ມີການນຳສະເໜີແຫລ່ງຂຸດຄົ້ນໃໝ່ 65 ແຫ່ງ, ສ່ວນໃຫຍ່ແມ່ນຕັ້ງຢູ່ໃນເຂດພາກພື້ນແມ່ນ້ຳຂອງ. ປະຈຸບັນ, ມີແຫລ່ງຂຸດຄົ້ນຄຳຫຼາຍກວ່າ 340 ແຫ່ງທີ່ພົບເຫັນຢູ່ທົ່ວປະເທດພະມ້າ ເຊິ່ງສ່ວນຫຼາຍແມ່ນຕັ້ງຢູ່ເຂດພູດອຍ ແລະ ເຂດປົກຄອງຂອງສ່ວນບຸກຄົນທີ່ໄດ້ຮັບອານຸຍາດຢ່າງເປັນທາງການ ແລະ ຕັ້ງຢູ່ໃກ້ກັບຊາຍແດນປະເທດຈີນ. ເມື່ອໃຊ້ dashboard (ກະດານຂໍ້ມູນ) ເພື່ອເບິ່ງແຫລ່ງຂຸດຄົ້ນ-ປຸງແຕ່ງຄຳແບບ alluvial 996 ແຫ່ງທີ່ກະຈາຍທົ່ວປະເທດພະມ້າ ພວກເຮົາສາມາດເຫັນໄດ້ວ່າມັນໄດ້ປ່ຽນແປງພູມສັນຖານອັນໃຫຍ່ຫຼວງຢູ່ພື້ນທີ່ນັ້ນໆຢ່າງຖາວອນ. ອົງການ NGO ແລະ ຊຸມຊົນຫຼາຍແຫ່ງຢູ່ໃນປະເທດພະມ້າຄັດຄ້ານການຂຸດຄົ້ນ-ປຸງແຕ່ງຄໍາທີ່ບໍ່ຖືກຕ້ອງໃນປະເທດພະມ້າ ຍ້ອນວ່າມັນເຮັດໃຫ້ປະຊາຊົນ ແລະ ຄວາມຫລາກຫລາຍທາງດ້ານຊີວະນາໆພັນ ມີຄວາມສ່ຽງຕໍ່ສຸຂະພາບ ແລະ ຄວາມສ່ຽງອື່ນໆ; ແຕ່ໃນທີ່ສຸດກິດຈະກຳນີ້ແມ່ນກ່ຽວຂ້ອງຢ່າງເລິກເຊິ່ງກັບເສດຖະກິດທີ່ເປັນທາງການ ແລະ ບໍ່ເປັນທາງການ. ດັ່ງນັ້ນ ການຫຼຸດຜ່ອນການຂຸດຄົ້ນ-ປຸງແຕ່ງຄໍາແບບນໍ້າພັດຕະກອນ (alluvial) ຜ່ານການປັບປຸງມາດຕະການການປົກຄອງໃຫ້ດີຂຶ້ນຈະພົບພໍ້ກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍຢ່າງ.

ການຂຸດຄົ້ນ-ປຸງແຕ່ງຄໍາທີ່ບໍ່ຖືກຕ້ອງຢູ່ເຂດສາມລ່ຽມທອງຄໍາ

Nearly all rivers in Myanmar have some kind of unregulated mining activity occurring on or near them. Most of the watersheds of these rivers are located within Myanmar’s territory. A portion of the Salween Basin (where 125 mines are found in Myanmar) also flows downstream through Thailand. The Sai-Ruak (46 mines) and Kok Rivers (3 mines) also flow from Myanmar into Thailand before entering the Mekong. Table 2 shows the breakdown per major river system and Table 3 provides a breakdown per tributary along with a list of major towns and cities along those tributaries.

ປະເທດລາວ:

ກິດຈະກຳການຂຸດຄົ້ນ-ປຸງແຕ່ງແຮ່ສ່ວນໃຫຍ່ທີ່ຍັງປະຕິບັດງານຢູ່ແມ່ນຕັ້ງຢູ່ໃນບັນດາແຂວງພາກເໜືອຂອງປະເທດລາວຕາມສາຂາຂອງແມ່ນ້ຳຂອງ 13 ສາຂາ ແລະ ບັນດາແມ່ນໍ້າທີ່ໄຫຼຈາກປະເທດລາວ ເຂົ້າສູ່ປະເທດຫວຽດນາມ (ແມ່ນໍ້າມ້າ (Song Ma), ຊົງຈູ (Song Chu), ລໍາ (Song Lam)). ກ່ອນການເຜີຍແຜ່ຂໍ້ມູນທາງ dashboard ຂອງສູນ Stimson ກ່ຽວກັບການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ໃນເດືອນກັນຍາ 2025, ແມ່ນໄດ້ມີການເຜີຍແຜ່ກ່ຽວກັບການຂຸດຄົ້ນແຮ່ຫາຍາກພຽງແຫ່ງດຽວທີ່ປະຕິບັດງານຢູ່ອ່າງແມ່ນ້ຳຊໍາ (Xam) ຂອງປະເທດລາວ ທີ່ ທາງວິທະຍຸເອເຊຍເສລີໄດ້ທໍາການເຜີຍແຜ່ຢູ່ໃນປີ 2024. ໃນປະຈຸບັນ, ມີບໍ່ແຮ່ຫາຍາກຢ່າງໜ້ອຍ 26 ແຫ່ງທີ່ກຳລັງດຳເນີນງານຢູ່ໃນປະເທດລາວ ໂດຍແຫ່ງທຳອິດໄດ້ເລີ່ມດຳເນີນງານໃນປີ 2022, ໃນເວລາທີ່ບໍ່ດົນຫຼັງຈາກການກໍ່ລັດຖະປະຫານໃນປະເທດພະມ້າ, ເຮັດໃຫ້ການຂຸດຄົ້ນແຮ່ຫາຍາກຈາກປະເທດຈີນເລີ່ມແຜ່ລາມເຂົ້າມາປະເທດລາວ. ລະບຽບການຄູ່້ມຄອງທີ່ດິນທີ່ຍັງບໍ່ມີຄວາມເຂັ້ມແຂງໃນປະເທດລາວກໍ່ອາດເປັນການດຶງດູດເອົາຜູ້ລົງທຶນຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກຈາກປະເທດຈີນ. ໃນປະເທດລາວແມ່ນມີການຈັດຊື້ເອົາໃບອະນຸຍາດ ແລະ ການສຳປະທານທີ່ດິນເພື່ອເຮັດວຽກສຳຫຼວດ ແລະ ຂຸດຄົ້ນແຮ່-ປຸງແຕ່ງແບບປິດໜ້າດິນ (in-situ leaching). ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ຂໍ້ຈໍາກັດກ່ຽວກັບການຕັດສິນໃຈລວມສູນຈາກນະຄອນຫລວງວຽງຈັນ ເຮັດໃຫ້ ບັນດາກະຊວງຢູ່ສຸນກາງມີຂໍ້ຈໍາກັດໃນການຕິດຕາມ-ກວດກາການພັດທະນາ ແລະ ດຳເນີນງານການຂຸດຄົ້ນ-ປຸງແຕ່ງແຮ່. ເຖິງແມ່ນວ່າ ການປະຕິບັດງານຂຸດຄົ້-ປຸງແຕ່ງແຮ່ທີ່ຖືກຕ້ອງຕາມກົດໝາຍບໍ່ສາມາດຢັ້ງຢືນໄດ້ດ້ວຍຮູບພາບດາວທຽມພຽງຢ່າງດຽວ, ບໍ່ແຮ່ເຫຼົ່ານີ້ກໍ່ຍັງຂາດລະບຽບການ ແລະ ການຫລຸດຜ່ອນມົນລະພິດ.

ການຂຸດຄົ້ນບໍ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງໃນພາກເໜືອຂອງປະເທດລາວ (ສຸມໃສ່ບໍ່ແຮ່ຢູ່ຕາມສາຍນ້ຳທີ່ໄຫຼໄປສູ່ປະເທດຫວຽດນາມ)

ການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງຈາໍນວນ 517 ແຫ່ງໃນປະເທດລາວໄດ້ຖືກບັນທຶກເຂົ້າໃນຖານຂໍ້ມູນ ເຊິ່ງການຂຸດຄົ້ນ-ປຸງແຕ່ງແຮ່ດ້ວຍວິທີເປີດໜ້າດິນ (heap leach) (ມີ 145 ແຫ່ງ) ແລະ ແບບນໍ້າພັດຕະກອນ (alluvial) (ມີ 346 ແຫ່ງ). ການຂະຫຍາຍຕົວຢ່າງໄວວາກ່ອນປີ 2016 ແມ່ນມີແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ຫຼາຍກວ່າ 50 ແຫ່ງ ທີ່ໄດ້ສ້າງຕັ້ງຂຶ້ນຢູ່ໃນອ່າງນໍ້າເຊກອງ ທາງພາກໃຕ້ຂອງ ປະເທດລາວ, ແລະ ການເພີ່ມຂຶ້ນຂອງລາຄາຄຳໃນໄລຍະບໍ່ດົນມານີ້ໄດ້ເຮັດໃຫ້ການຂຸດຄົ້ນ-ປຸງແຕ່ງແຮ່ແບບ heap leach ເພີ່ມຂຶ້ນໃນແຂວງພາກເໜືອຂອງລາວ ໂດຍມີການຂຸດຄົ້ນ-ປຸງແຕ່ງແຮ່ເກີດຂຶ້ນໃໝ່ 26 ແຫ່ງໃນປີ 2024 ແລະ ເກີດຂຶ້ນໃໝ່ອີກ 31 ແຫ່ງໃນປີ 2025. ເຊັ່ນດຽວກັນກັບປະເທດພະມ້າ, ການຂຸດຄົ້ນ-ປຸງແຕ່ງຄຳແບບ alluvial ໄດ້ກາຍປັນແຫລ່ງລາຍຮັບທີ່ສໍາຄັນສໍາລັບການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນມາເປັນເວລາຫຼາຍທົດສະວັດ, ແຕ່ການເພີ່ມຂຶ້ນຂອງລາຄາຄຳໃນໄລຍະບໍ່ດົນມານີ້ໄດ້ຍົກລະດັບການຂຸດຄົ້ນ-ປຸງແຕ່ງຄຳແບບ alluvial ໃຫ້ກາຍເປັນອຸດສາຫະກຳ ເຊິ່ງດໍາເນີນງານໂດຍກົງຢູ່ຕອນເທິງ ຫຼື ລຽບຕາມແຄມແມ່ນ້ຳໃນປະເທດລາວ.

ຕົວຢ່າງ, ຈຳນວນການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial 346 ແຫ່ງ ມີ  277 ແຫ່ງ ທີ່ເລີ່ມຕົ້ນການດຳເນີນງານໃນປະເທດລາວເປັນເວລາຫ້າປີແລ້ວ. ກິດຈະການສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ໃນພາກກາງຂອງປະເທດລາວ ແລະ ພາກໃຕ້ຢູ່ໃນອ່າງນໍ້າເຊກອງ. ຈໍານວນແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ຫຼາຍກວ່າ 258 ແຫ່ງທີ່ຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ຢູ່ອ່າງນໍ້າເຊກອງຄວນເປັນເລື່ອງທີ່ໜ້າເປັນຫ່ວງຢູ່ແຂວງ Stung Treng ປະເທດກຳປູເຈຍເຊິ່ງມັນມີທີ່ຕັ້ງຢູ່ຕອນລຸ່ມຂອງແມ່ນ້ຳເຊກອງ. ແມ່ນ້ຳເຊກອງແມ່ນແມ່ນໍ້າສາຂາໃຫຍ່ສາຍສຸດທ້າຍຂອງແມ່ນ້ຳຂອງທີ່ບໍ່ມີເຂື່ອນ ແລະ ເປັນເສັ້ນທາງການເຄື່ອນຍ້າຍຂອງປາເປັນຈໍານວນມະຫາສານຂອງແມ່ນ້ຳຂອງ.

ການຂຸດຄົ້ນ-ປຸງແຕ່ງແຮ່ ທີ່ບໍ່ຖືກຕ້ອງ ຢູ່ອ່າງເຊກອງ ຂອງປະເທດລາວ ແລະ ອ່າງເຊຊາ (Sesan)  ຂອງປະເທດກຳປູເຈຍ

ປະເທດລາວມີການຂຸດຄົ້ນ-ປຸງແຕ່ງແຮ່ທີ່ຖືກກົດໝາຍໂດຍມີແບບ heap leach ແລະ alluvial, ແຕ່ການດຳເນີນງານຂອງພວກມັນໄດ້ຖືກໂຈະໄວ້ໃນເດືອນຕຸລາ ປີ 2024 ໂດຍນາຍົກລັດຖະມົນຕີຂອງປະເທດລາວ ທ່ານ ສອນໄຊ ສີພັນດອນ. ສະພາແຫ່ງຊາດລາວໄດ້ມີຄວາມກັງວົນກ່ຽວກັບການຄຸ້ມຄອງທີ່ບໍ່ມີປະສິດທິພາບ ແລະ ກົດລະບຽບທີ່ບໍ່ຮັດກຸມໃນການຄຸ້ມຄອງການຂຸດຄົ້ນ-ປຸງແຕ່ງຄຳ, ແລະ ເມື່ອບໍ່ດົນມານີ້ມີການລາຍງານຜ່ານສື່ຂອງລັດຖະບານກ່ຽວກັບມົນລະພິດ ແລະ ການເສຍຊີວິດຈາກກການຂຸດຄົ້ນ-ປຸງແຕ່ງແຮ່. ຍ້ອນແນວນີ້, ໃນປະຈຸບັນ ກິດຈະກຳການຂຸດຄົ້ນທີ່ຖືກກົດໝາຍທັງໝົດໃນປະເທດລາວແມ່ນກຳລັງຢູ່ໃນໄລຍະຂອງການກວດກາຕາມຄຳສັ່ງຂອງລັດຖະບານແຫ່ງຊາດ, ແລະ ການຂຸດຄົ້ນຄາດວ່າຈະສືບຕໍ່ຫລັງຈາກທີ່ການກວດການໄດ້ສໍາເລັດລົງ. ເຖິງວ່າລັດຖະບານລາວໄດ້ມີຄວາມມຸ່ງໝັ້ນທີ່ຈະປາບປາມການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ, ລັດຖະບານແຫ່ງຊາດຍັງຂາດຄວາມສາມາດ ແລະ ຊັບພະຍາກອນໃນການຄຸ້ມຄອງການຂຸດຄົ້ນແຮ່ທີ່ຖືກກົດໝາຍ. ຂໍ້ຈໍາກັດດັ່ງກ່າວໄດ້ເປີດໂອກາດໃຫ້ບໍລິສັດຂຸດຄົ້ນແຮ່ທີ່ຖືກກົດໝາຍມີສ່ວນຮ່ວມເຂົ້າໃນຂະບວນການຜະລິດທີ່ບໍ່ຖືຕ້ອງ. ການຂູດຄົ້ນ-ປຸງແຕ່ງແຮ່ແບບ alluvial ຂະໜາດນ້ອຍ ແມ່ນມີ ຄຳ, ກົ່ວ, ແລະ ເງິນ ເຊິ່ງແມ່ນປະຊາຊົນທ້ອງຖິ່ນເປັນຜູ້ດໍາເນີນງານ ເຊິ່ງເປັນການຂຸດຄົ້ນທີ່ບໍ່ຖືກຕ້ອງ. ຮູບພາບຈາກດາວທຽມ ແລະ ການວິເຄາະທີ່ກ່ຽວຂ້ອງເຊັ່ນ ຂໍ້ມູນຈາກ dashboard ຂອງພວກເຮົາສາມາດຊ່ວຍເຈົ້າໜ້າທີ່ຢູ່ຫລາຍປະເທດ ເຊັ່ນ: ປະເທດລາວ ເພື່ອຊອກຫາຂໍ້ມູນການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ແລະ ແກ້ໄຂບັນຫາດັ່ງກ່າວ.

ປະເທດກຳປູເຈຍ

ຖານຂໍ້ມູນໄດ້ໃຫ້ຮູ້ວ່າການຂຸດຄົ້ນ-ປຸງແຕ່ງແຮ່ແບບ Heap leach ແມ່ນມີໜຶ່ງແຫ່ງ ແລະ ແບບ alluvial ແມ່ນມີ 16 ແຫ່ງຢູ່ໃນປະເທດກຳປູເຈຍ — ການສໍາຫລວດກວດກາແມ່ນສະເພາະຢູ່ຕອນລຸ່ມຂອງແມ່ນ້ຳຂອງຢູຸ່ປະເທດກຳປູເຈຍເທົ່ານັ້ນ. ການສຳຫຼວດດັ່ງກ່າວແມ່ນພວກເຮົາບໍ່ໄດ້ກວມເອົາແມ່ນ້ຳຢູ່ແຄມຝັ່ງທະເລຂອງປະເທດກຳປູເຈຍ. ການຂຸດຄົ້ນ-ປຸງແຕ່ງຄຳທັງໝົດທີ່ສັງເກດເຫັນໄດ້ຢູ່ໃນປະເທດກຳປູເຈຍແມ່ນມີທີ່ຕັ້ງຢູ່ພາຍໃນສວນອຸທະຍານແຫ່ງຊາດ Virachey ຢູ່ຕອນເທິງຂອງແມ່ນ້ຳ Prek Liang ສາຂາຂອງແມ່ນ້ຳ Sesan, ເຊິ່ງ ແມ່ນ້ຳ Sesan ເປັນສາຂາຫຼັກຂອງແມ່ນ້ຳຂອງ. ການຂຸດຄົ້ນແຮ່ບາງແຫ່ງອາດຈະດຳເນີນງານໂດຍນາຍທຶນສັນຊາດຫວຽດນາມທີ່ເຄື່ອນໄຫວຜິດກົດໝາຍ, ຖືກຈັບ ແລະ ຖືກເນລະເທດອອກຈາກປະເທດກຳປູເຈຍໃນປີ 2024. ການຂຸດຄົ້ນບໍ່ແຮ່ແບບ heap leach ແຫ່ງໃໝ່ໄດ້ຖືກພັດທະນາຂຶ້ນໃນທ້າຍປີ 2024 ໂດຍເຊື່ອມໂຍງກັບການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ອື່ນໆ ຫຼາຍແຫ່ງທີ່ເກີດຂຶ້ນຢູ່ໃກ້ຄຽງ, ແລະ ແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ແຫ່ງໃໝ່ໄດ້ສ້າງຂຶ້ນຢູ່ໃນສວນອຸທະຍານແຫ່ງຊາດ Virachey ໃນປີ 2025, ເຊິ່ງຊີ້ໃຫ້ເຫັນວ່າການຂຸດຄົ້ນ-ປຸງແຕ່ງແຮ່ທີ່ຜິດກົດໝາຍ ຫຼື ບໍ່ຖືກຕ້ອງບາງຈໍານວນແມ່ນຍັງສຶບຕໍ່ເຄື່ອນໄຫວ. ສວນອຸທະຍານແຫ່ງຊາດ Virachey ເປັນບ້ານຂອງສັດທີ່ໃກ້ຈະສູນພັນເຊັ່ນ: ລີງແດງກ້ານແດງ (the red-shanked douc langur), ລິ່ນຊຸນດາ (Sunda pangolin), ເສືອດາວ (clouded leopard), ຫມາຈອກ (dhole), ແລະ ໝີດວງອາທິດ) ແລະ ໃນເດືອນມັງກອນ 2025, ມັນໄດ້ຖືກຂະໜານນາມຜ່ານສື່ຂອງລັດຖະບານປະເທດກຳປູເຈຍວ່າເປັນ “ສະຫວັນຂອງຄວາມຫຼາກຫຼາຍທາງຊີວະນາໆພັນທີ່ບໍ່ສາມາດແຕະຕ້ອງໄດ້”. ການຂຸດຄົ້ນ-ປຸງແຕ່ງຄຳທີ່ຖືກກົດໝາຍໃນປະເທດກຳປູເຈຍກຳລັງເພີ່ມຂຶ້ນຢ່າງໄວວາ, ໂດຍສະເພາະ ໃບອະນຸຍາດການຈັດຕັ້ງປະຕິບັດທີ່ອອກໃຫ້ແກ່ບໍລິສັດທີ່ມາຈາກປະເທດອົດສະຕຣາລີ ແລະ ປະເທດຈີນ. ກະຊວງບໍ່ແຮ່ ແລະ ພະລັງງານຂອງປະເທດກຳປູເຈຍມີຄວາມມຸ່ງໝັ້ນທີ່ຈະປາບປາມການຂຸດຄົ້ນ-ປຸງແຕ່ງຄຳທີ່ຜິດກົດໝາຍ, ແຕ່ກໍ່ຄືກັນກັບປະເທດລາວ ແລະ ປະເທດພະມ້າ ທີ່ເຈົ້າໜ້າທີ່ມີຂໍ້ຈໍາກັດທາງດ້ານຂີດຄວາມສາມາດໃນການຕິດຕາມກວດກາ ແລະ ຄຸ້ມຄອງການດໍາເນີນງານຂອງການຂຸດຄົ້ນບໍ່ແຮ່ຢູ່ທົ່ວປະເທດ.

ສະຖານທີ່ຂຸດຄົ້ນບໍ່ແຮ່ Heap leach ໃນອຸທະຍານແຫ່ງຊາດ Virachey, ປະເທດກຳປູເຈຍ. ຮູບພາບ: Google Earth

ຕາຕະລາງຂ້າງລຸ່ມນີ້ແມ່ນລາຍລະອຽດເພີ່ມເຕີມກ່ຽວກັບການດໍາເນີນການຂຸດຄົ້ນ-ປຸງແຕ່ງແຮ່ຕາມແມ່ນ້ຳສາຂາສາຍຕ່າງໆໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ ລວມທັງບັນຊີລາຍຊື່ຕົວເມືອງຕ່າງໆທີ່ຕັ້ງຢູ່ຕາມແຄມສາຂາແມ່ນໍ້າເຫລົ່ານັ້ນ.

ຄວາມຕ້ອງການໃນການວິເຄາະຄຸນນະພາບຂອງແມ່ນໍ້າໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ມີຄວາມຮີບດ່ວນຄືແນວໃດ?

ແມ່ນ້ຳສ່ວນໃຫຍ່ໃນປະເທດລາວ ແລະ ພະມ້າ ດໍາເນີນການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ບໍ່ວ່າຈະເປັນແບບ heap leach, alluvial, ຫຼື ການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກທີ່ເກີດຂຶ້ນຢູ່ສາຍນ້ຳ ຫຼື ຕິດກັບແມ່ນ້ຳ. ຂໍ້ມູນຊຸດໃໝ່ຂອງພວກເຮົາໃຫ້ຮູ້ວ່າມີແມ່ນ້ຳສາຍໃດແດ່ທີ່ດໍາເນີນການຂຸດຄົ້ນບໍ່ແຮ່ ແລະ ສາຍໃດແດ່ມີແຫລ່ງແຮ່ທາດດໍາເນີນການຂຸດຄົ້ນ-ປຸງແຕ່ງແຮ່ເປັນຈໍານວນຫຼາຍທີ່ສຸດ. ການດໍາເນີນການຂຸດຄົ້ນແຮ່ທີ່ຫລາຍທີ່ສຸດໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ແມ່ນຢູ່ຕາມສາຂາຂອງແມ່ນ້ຳ Irrawaddy (ອິຣາວະດີ) ແລະ ແມ່ນໍ້າຂອງ, ເຖິງແມ່ນວ່າແມ່ນ້ຳ Salween ແລະ ແມ່ນ້ຳສິຕວງ (Sittaung) ຈະມີການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ເປັນຈຳນວນຫລາຍເກືອບເທົ່າໆກັນກໍ່ຕາມ. ເນື່ອງຈາກຜົນກະທົບສູງທີ່ອາດຈະເກີດຂຶ້ນ ແລະ ອາດຈະແຜ່ຂະຫຍາຍຢ່າງກວ້າງຂວາງ, ຄວນຈະດໍາເນີນການວິເຄາະຄຸນນະພາບນ້ຳ, ດິນ, ແລະ ຕະກອນຕາມແມ່ນ້ຳສາຍດັ່ງກ່າວທັນທີ ເຊິ່ງຂະບວນການທົດສອບຈະຕ້ອງເລີ່ມຈາກແມ່ນ້ຳທີ່ມີແຫລ່ງແຮ່ຕັ້ງຢູ່ເປັນຈຳນວນຫຼາຍທີ່ສຸດ ແລະ ສາຍນໍ້າທີ່ມີຈໍານວນປະຊາກອນຫຼາຍທີ່ສຸດ. ສຸດທ້າຍແລ້ວ ແມ່ນ້ຳທຸກສາຍທີ່ມີການດໍາເນີນການຂຸດຄົ້ນ-ປຸງແຕ່ງແຮ່ຄວນໄດ້ຮັບການວິເຄາະຄຸນນະພາບນໍ້າ. ການວິເຄາະຄຸນນະພາບບໍ່ຄວນຈຳກັດຢູ່ບໍລິເວນທີ່ຢູ່ໃກ້ກັບສາຍນ້ຳໂດຍກົງເທົ່ານັ້ນ ເພາະວ່າແມ່ນໍ້າດັ່ງກ່າວເກີດມີໄພນໍ້າຖ້ວມ. ຖ້າແມ່ນ້ຳມີການປົນເປື້ອນ, ນ້ຳຖ້ວມຕາມລະດູການຈະເຮັດໃຫ້ນ້ຳ ແລະ ຕະກອນທີ່ມີພິດໄຫຼໄປຫາເຂດທີ່ມີນ້ຳຖ້ວມ, ສະນັ້ນ ຄວນສ້າງແຜນວາດຂໍ້ມູນພື້ນທີ່ລ່າສຸດທີ່ເຄີຍມີນໍ້າຖ້ວມຍື່ງຂຶ້ນສູງທີ່ສຸດ, ແລະ ດໍາເນີນການວິເຄາະຄຸນນະພາບນໍ້າຢູ່ພື້ນທີ່ດັ່ງກ່າວ. ພຶ້ນທີ່ທີ່ຖືກນໍ້າຖ້ວມສ່ວນຫລາຍແມ່ນ ພື້ນທີ່ການກະສິກຳທີ່ນອນຢູ່ໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້, ສະນັ້ນ ມັນຈຶ່ງມີຄວາມສໍາຄັນທີ່ຈະຕ້ອງຮູ້ວ່າພື້ນທີ່ໃດມີຄວາມປອດໄພ ແລະ ບໍ່ປອດໄພຕໍ່ກັບວຽກງານກະສິກຳ. ພົນລະເມືອງບາງກຸ່ມທີ່ມີແນວຄິດວິທະຍາສາດ ສາມາດເຕົ້າໂຮມກັນເພື່ອສະໜອງຂໍ້ມູນຕົວຈິງກ່ຽວກັບສາຍນໍ້າທີ່ອາດມີມົນລະພິດ ເນື່ອງຈາກຊ່ອງຫວ່າງ ຫຼື ຄວາມລ່າຊ້າໃນຂະບວນການວິເຄາະທີ່ເປັນທາງການ, ແຕ່ໃນທີ່ສຸດ, ການທົດສອບຈຳເປັນຈະຕ້ອງໄດ້ດໍາເນີນການຢູ່ໃນຫ້ອງທົດລອງທີ່ຖືກຮັບຮອງມາດຕະຖານການວີເຄາະຄຸນນະພາບນໍ້າທີ່ເຂັ້ມງວດ. ຢຸູ່ໃນປະເທດລາວ, ກຳປູເຈຍ ແລະ ພະມ້າ ຍັງມີຂໍ້ຈໍາກັດໃນດ້ານມາດຕະຖານຂອງຫ້ອງທົດລອງເພື່ອວິເຄາະຄຸນນະພາບນ້ຳ ແລະ ຍັງຂາດບຸກຄະລາກອນທີ່ມີຄຸນນະວຸດທິໃນການວິເຄາະຄຸນນະພາບໂດຍສະເພາະການວິເຄາະຄຸນນະພາບນໍ້າທີ່ແມ່ນ້ຳຢູ່ຫ່າງໄກຈາກຫ້ອງທົດລອງ. ເນື່ອງຈາກ ຄວາມຕ້ອງການໃນການວິເຄາະ ແລະ ຊັບພະຍາກອນມີຈໍາກັດ, ມັນອາດຈະໃຊ້ເວລາຫຼາຍປີເພື່ອສ້າງຄວາມເຂົ້າໃຈຢ່າງເລີກເຊິ່ງຕໍ່ກັບຂອບເຂດການປົນເປື້ອນທີ່ເກີດຂຶ້ນ.

ທົ່ງສາລີອ່ອນທີ່ຖືກທຳລາຍຈາກນ້ຳຖ້ວມຢູ່ແມ່ນ້ຳກົກ, ເດືອນສິງຫາ ປິີ2025. ຮູບພາບໂດຍ: Brian Eyler

ການວິເຄາະເພີ່ມເຕີມຈະຊ່ວຍໃຫ້ນັກຄົ້ນຄວ້າມີຄວາມເຂົ້າໃຈດີຂຶ້ນກ່ຽວກັບຂະບວນການທາງຊີວະເຄມີສາດໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຍອື່ນ ໃນອາຊີຕາເວັນອອກສຽງໃຕ້. ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄດ້ຮຽນຮູ້ກ່ຽວກັບອົງປະກອບທາງເຄມີຂອງແມ່ນ້ຳສາຍຕ່າງໆຢຸູ່ໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້, ແລະ ແມ່ນ້ຳແຕ່ລະສາຍແມ່ນຈະມີຄວາມແຕກຕ່າງກັນ. ການວິເຄາະໄລຍະຍາວ ແລະ ຢ່າງສະໝໍ່າສະເໝີຈະເຮັດໃຫ້ຮູ້ເຖິງສະພາບຂອງແມ່ນ້ຳດັ່ງກ່າວໄດ້ຢ່າງຊັດເຈນ. ນອກຈາກໂລຫະໜັກແລ້ວ, ຄວນວິເຄາະອົງປະກອບຂອງທາດໂລຫະແຮ່ຫາຍາກ ແລະ ລະດັບ nitrate (ໄນເຕຣດ). ການນໍາໃຊ້ລະບົບຂໍ້ມູນຂອງພວກເຮົາກ່ຽວກັບບັນດາແຫລ່ງແຮ່ທີ່ໄດ້ບັນທຶກຢູ່ໃນລະບົບນັ້ນ, ເຈົ້າໜ້າທີ່ສາມາດນໍາໃຊ້ຂໍ້ມູນຈັດສັນຊັບພະຍາກອນເພື່ອທໍາການວິເຄາະບັນດາສາຂາແມ່ນ້ຳທີ່ໄດ້ຮັບຜົນກະທົບທີ່ຮ້າຍແຮງ ເພື່ອສາ້ງຄວາມເຂົ້າໃຈກ່ຽວກັບການປ່ຽນແປງຂອງຜົນກະທົບຕາມລະດູການ ແລະ ສະພາບແວດລອມທີ່ສົ່ງຜົນຕໍ່ລະດັບການກະຈາຍຕົວຂອງໂລຫະໜັກ ແລະ ສານເຄມີ.

ສານພິດ ແລະ ສານປົນເປື້ອນຕົກຄ້າງສາມາດໄຫລໄປຕາມກະແສນ້ຳຈົນຮອດຕອນລຸ່ມຂອງແມ່ນໍ້າໄດ້ບໍ່ ?

ມີວິທີດຽວທີ່ຈະຮູ້ແທ້ໆວ່າແຫລ່ງແຮ່ທີ່ຕັ້ງຢູ່ຕອນເທິງຂອງແມ່ນ້ຳຈະສົ່ງຜົນກະທົບຕໍ່ແມ່ນ້ຳສາຍຫຼັກລົງໄປສູ່ຕອນລຸ່ມໄດ້ຫລືບໍ່ນັ້ນແມ່ນຕ້ອງໄດ້ສືບຕໍ່ທໍາການທົດສອບ, ໂດຍສະເພາະສາຂາຂອງແມ່ນ້ຳຂອງ ແລະ ແມ່ນ້ຳ Irrawaddy (ອິຣາວາດີ) ບ່ອນທີ່ມີການຕິດຕາມການດໍາເນີນງານຂຸດຄົ້ນ-ປຸງແຕ່ງແຮ່ຫຼາຍທີ່ສຸດ. ຄວາມຮູ້ກ່ຽວກັບ ຜົນກະທົບຂອງການຂຸດຄົ້ນແຮ່ແບບປິດໜ້າດິນ (in-situ leaching) ທີ່ມີຕໍ່ສິ່ງແວດລ້ອມ ແລະ ປະຊາຊົນຈຳເປັນຕ້ອງເຮັດໃຫ້ເຈົ້າໜ້າທີ່ ແລະ ຊຸມຊົນທ້ອງຖິ່ນສາມາດເຂົ້າເຖິງໄດ້. ການປະສານງານກັບຫນ່ວຍງານຄຸ້ມຄອງຂອງຈີນທີ່ຕອບໂຕ້ກັບບັນຫາທີ່ຄ້າຍຄືກັນ ຢູ່ໃນພາກໃຕ້ຂອງປະເທດຈີນ (Jiangxi and Sichuan) ແລະ ຜູ້ຊ່ຽວຊານຂອງປະເທດຈີນໄດ້ສຶກສາຜົນກະທົບຂອງບໍ່ແຮ່ທີ່ຜິດກົດໝາຍ ແລະ ບໍ່ຖືກຕ້ອງແມ່ນອົງປະກອບໜຶ່ງທີ່ສຳຄັນຕໍ່ກັບຂະບວນການສຶກສາກ່ຽວກັບວຽກງານນີ້. ລະດັບຂອງການປົນເປື້ອນຈະຂຶ້ນກັບລັກສະນະ ແລະ ປະລິມານຂອງໂລຫະໜັກ ຫຼື ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳ. ສານເຄມີບາງຊະນິດ ເຊັ່ນ: ໄຊຢາໄນ ເປັນສານທີ່ລະລາຍໃນນ້ຳໄດ້ຫລາຍ, ສະນັ້ນໃນລະດູຝົນ, ໄຊຢາໄນອາດຈະລະລາຍໄວເນື່ອງຈາກກະແສນ້ຳທີ່ແຮງ ຫຼື ສາມາດດູດຊຶມເຂົ້າໄປໃນຕະກອນ ແລະ ໄຫຼລົງໄປຕາມຕອນລຸ່ມຂອງແມ່ນ້ຳໄດ້ຕື່ມອີກ. ສານເຄມີອື່ນໆ, ເຊັ່ນ: ກົ່ວ, ແມ່ນບໍ່ລະລາຍ ແລະ ຈະຕິດກັບຕະກອນ. ໃນລະດູແລ້ງ, ສານເຄມີ ແລະ ສານພິດອາດຈະມີຢູ່ໃກ້ກັບແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ ຫຼື ໄຫຼລົງໄປຕອນລຸ່ມຂອງແມ່ນ້ຳໃນທັນທີ, ແຕ່ໃນລະດູຝົນ, ພວກມັນສາມາດເຄື່ອນຍ້າຍ ແລະ ເດີນທາງລົງໄປຕອນລຸ່ມຂອງແມ່ນ້ຳໄດ້. ຄວາມເຂັ້ມຂຸ້ນຂອງການຮົ່ວໄຫຼຂອງສານປົນເປື້ອນ, ປະເພດຂອງສານເຄມີ, ລະດູການ, ສານເຄມີອື່ນໆໃນແມ່ນໍ້າ, ແລະ ສະພາບແວດລ້ອມຕ່າງໆ ລ້ວນແຕ່ມີບົດບາດໃນການແຜ່ກະຈາຍສານປົນເປື້ອນ.

ກະດານຂໍ້ມູນຢູ່ໃນ Thaton (ທາຕອນ) ສະແດງໃຫ້ເຫັນສະໜາມວິເຄາະຄຸນນະພາບນໍ້າ ແລະ ລະດັບມົນລະພິດນັບຕັ້ງແຕ່ເດືອນເມສາ 2025. ຮູບພາບໂດຍ: Brian Eyler

ຈຳເປັນຕ້ອງມີຄວາມຊ່ຽວຊານດ້ານວິທະຍາສາດເພື່ອຊ່ວຍອະທິບາຍໃຫ້ລັດຖະບານ ແລະ ຊຸມຊົນຟັງວ່າສານເຄມີ ແລະ ອົງປະກອບອັນຕະລາຍເຫຼົ່ານີ້ເຈືອຈາງ ຫຼື ຍັງຄົງມີການເຄື່ອນໄຫວແນວໃດ ໃນຂະນະທີ່ພວກມັນໄຫຼລົງໄປຕອນລຸ່ມຂອງແມ່ນ້ຳ. ເປັນທີ່ຮູ້ກັນດີວ່າສານພິດປົນເປື້ອນຢູ່ໃນພືດແມ່ນຢູ່ໃນໄລຍະທີ່ພືດມີການເຕີບໃຫຍ່, ໄຫລເຂົ້າໄປໃນປາ ແລະ ສິ່ງມີຊີວິດອື່ນໆທີ່ອາໃສຢູ່ໃນແມ່ນ້ຳ, ແລະ ຈະເປັນອັນຕະລາຍໂດຍກົງຕໍ່ມະນຸດຖ້າບໍລິໂພກ ຫຼື ສຳຜັດກັບຜິວໜັງ. ມັນມີຄວາມຈໍາເປັນທີ່ຈະຕ້ອງມີຄວາມພະຍາຍາມຢຸູ່ໃນເຂດພາກພື້ນຕໍ່ກັບການທົດສອບທີ່ມີປະສິດທິພາບ ແລະ ການສື່ສານທີ່ມີປະສິດທິພາບເພື່ອສົ່ງຂໍ້ມູນໃຫ້ແກ່ຜູ້ທີ່ຈະໄດ້ຮັບຜົນກະທົບ. ບາງປະເທດເຊັ່ນ ປະເທດໄທ ແລະ ຫວຽດນາມ ມີນັກວິທະຍາສາດທີ່ມີຄຸນວຸດທິ ແລະ ການເຄື່ອນໄຫວຂອງລັດຖະບານ ໄດ້ປະກອນສ່ວນເຂົ້າໃນການວິເຄາະ, ແຕ່ທີມງານຂອງພວກເຮົາໄດ້ບັນທຶກໄວ້ກ່ອນໜ້ານີ້ວ່່າ ໃນປີທີ່ຜ່ານມາເຈົ້າໜ້າທີ່ຂອງປະເທດໄທສະໜອງຂໍ້ມູນບໍ່ໄດ້ດີເທົ່າທີ່ຄວນ ກ່ຽວກັບອັນຕະລາຍຂອງການສຳຜັດ ແລະ ຄວາມສ່ຽງ. ເພື່ອປັບປຸງການສະໜອງຂໍ້ມູນ ແລະ ເພື່ອໃຫ້ໄດ້ຮັບຜົນທາງດ້ານເສດຖະກິດ-ສັງຄົມ ແລະ ສຸຂະພາບ, ເຈົ້າໜ້າທີ່ຄວນປຶກສາຫາລືກັບຊຸມຊົນໃນພື້ນທີ່ທີ່ໄດ້ຮັບຜົນກະທົບ ແລະ ຜູ້ຊ່ຽວຊານຈາກພາກສ່ວນອື່ນໆ ຂອງໂລກທີ່ມີປະສົບການໃນການສື່ສານແບບມີປະສິດທິພາບຕໍ່ກັບບັນຫານີ້.

ການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ແລະ ກິດຈະກໍາອື່ນໆທາງເສດຖະກິດທີ່ເຄື່ອນໄຫວຖືກຕ້ອງ ມີຄວາມສຳພັນກັນບໍ ?

ແມ່ນ້ຳສາຍຕ່າງໆຢູ່ໃນພາກພື້ນແມ່ນ້ຳຂອງກຳລັງປະເຊີນກັບຄວາມກົດດັນອັນໃຫຍ່ຫຼວງ ແລະ ຊັບຊ້ອນຈາກການໃຊ້ປະໂຫຍດໃນຫຼາຍຮູບແບບຄື: ການສ້າງເຂື່ອນ, ການຂຸດຄົ້ນຊາຍ, ການປະມົງທີ່ຫຼາຍເກີນໄປ, ສານເຄມີທີ່ໄຫຼອອກຈາກຟາມ, ແລະ ຜົນກະທົບຈາກການຂຸດຄົ້ນ-ປຸງແຕ່ງແຮ່. ການພົວພັນຂອງກິດຈະກໍາດັ່ງກ່າວແມ່ນຍັງບໍ່ໄດ້ຮັບການສຶກສາຢ່າງລະອຽດ. ການປຶກສາຫາລືຂອງພວກເຮົາໃນໄລຍະເດືອນທີ່ຜ່ານມາ, ຜູ້ສັງເກດການແມ່ນ້ຳຂອງບາງທ່ານໃຫ້ຄໍາຄິດເຫັນວ່າ ອ່າງເກັບນ້ຳຫຼັງເຂື່ອນສາມາດກັ່ນຕອງສານເຄມີທີ່ເປັນພິດໄດ້ໂດຍການປ້ອງກັນບໍ່ໃຫ້ພວກມັນໄຫຼລົງໄປຕອນລຸ່ມຂອງແມ່ນ້ຳ, ຂໍສົມມຸດຖານແມ່ນວ່າສານພິດຈະຕົກຄ້າງຢູ່ພື້ນອ່າງເກັບນ້ຳ, ແຕ່ສິ່ງນີ້ຈະບໍ່ດັກຈັບສານພິດທີ່ລອຍໂຕຢູ່ໃນກະແສນ້ຳ. ເຖິງແມ່ນວ່າຈະເປັນແນວນັ້ນກໍ່ຕາມ, ອ່າງເກັບນ້ຳດັ່ງກ່າວມັກຖືກນຳໃຊ້ເຂົ້າໃນການລ້ຽງສັດນ້ຳ, ດັ່ງນັ້ນຈຶ່ງເຮັດໃຫ້ປາທີ່ລ້ຽງເພື່ອຂາຍໃຫ້ກັບຮ້ານຄ້າຕ່າງໆມີການປົນເປື້ອນ. ໃນທີ່ສຸດ, ຕະກອນຈະສະສົມຢູ່ໃນອ່າງເກັບນ້ຳ ແລະ ຈຳເປັນຕ້ອງໄດ້ປ່ອຍມັນລົງໄປຕອນລຸ່ມ, ດັ່ງນັ້ນສານພິດໃດໆທີ່ຕົກຄ້າງຢູ່ພື້ນອ່າງເກັບນ້ຳໃນທີ່ສຸດກໍ່ຈະໄຫຼລົງໄປຕອນລຸ່ມຂອງແມ່ນ້ຳ.

ຟາມລ້ຽງສັດນ້ຳໃນອ່າງເກັບນ້ຳ ຢູ່ປະເທດຫວຽດນາມ. ຮູບພາບໂດຍ: US Soybean Export Council

ນອກຈາກນັ້ນ, ສານພິດບາງຊະນິດສາມາດຊືມຜ່ານໂຄງສ້າງຂອງເຂື່ອນ ແລະ ທຳລາຍກັງຫັນ ແລະ ອຸປະກອນອື່ນໆໄດ້. ເຖິງຢ່າງໃດກໍ່ຕາມ, ຂໍ້ມູນດັ່ງກ່າວບົ່ງບອກໃຫ້ເຫັນເຖິງຄວາມສຳພັນລະຫວ່າງເຂື່ອນ ແລະ ບໍ່ແຮ່. ຖານຂໍ້ມູນຂອງພວກເຮົາໄດ້ບັນທຶກການຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ທີ່ເກີດຂຶ້ນຢູ່ຕາມແຄມແມ່ນ້ຳທີ່ຕັ້ງຢູ່ພາຍໃນເຂດສຳປະທານຂອງເຂື່ອນ. ປະຈຸບັນ, ບັນດາແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ແບບ alluvial ແມ່ນຖືກປົກຄຸມດ້ວຍອ່າງເກັບນ້ຳ.

ນ້ຳຖ້ວມບາງພື້ນທີ່ຢູ່ແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ alluvial ຍ້ອນການສະສົມນໍ້າຂອງເຂື່ອນນ້ຳກອງ 3 ຢູ່ອ່າງນໍ້າເຊກອງ, ປະເທດລາວ. ຮູບພາບໂດຍ: Google Earth

ນອກຈາກນັ້ນ, ແຫລ່ງແຮ່ຫາຍາກບາງແຫ່ງໃນປະເທດລາວເບິ່ງຄືກັນກັບວ່າຕັ້ງຢູ່ໃນເຂດສຳປະທານຂອງເຂື່ອນ, ດັ່ງນັ້ນ ຢູ່ໃນສັນຍາຂອງການສ້າງເຂື່ອນແມ່ນຈະຕ້ອງໄດ້ສ້າງເສັ້ນທາງເຂົ້າຫາເຂື່ອນ (ແລະ ມັກຈະບຸກເບີກເສັ້ນທາງໃໝ່) ເຊິ່ງເປັນຊ່ອງທາງເຮັດໃຫ້ເກີດມີການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ ແລະ ສວຍໃຊ້ປະໂຫຍດຈາກມັນໄປໃນຮູບແບບອື່ນ ເຊັ່ນ: ການຕັດໄມ້ທຳລາຍປ່າ.

ບໍ່ແຮ່ຫາຍາກແຫ່ງໃໝ່ທີ່ເກີດຂຶ້ນໃນປີ 2025 ອ້ອມຮອບອ່າງເກັບນ້ຳຂອງເຂື່ອນນໍ້າງຽບ 2, ຫຼັງຈາກທີ່ເສັ້ນທາງໃໝ່ໄດ້ສ້າງຂຶ້ນໃນປີ 2018. ຮູບພາບໂດຍ: Planet Labs, ພະຈິກ 2025.

ມີວິທີໃດແດ່ທີ່ຈະຢຸດ ຫຼື ຫຼຸດຜ່ອນຄວາມເສຍຫາຍໄດ້ທັນທີທັນໃດຈາກການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ?

ຢູ່ຕາມສາຍແມ່ນ້ຳຂອງ, ການທູດສາມາດຊ່ວຍຢັບຢັ້ງກິດຈະການການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ແລະ ຄຳ. ບັນດາປະເທດຕອນລຸ່ມຂອງແມ່ນ້ຳ ແລະ ຄູ່ຮ່ວມພັດທະນາຕ້ອງສື່ສານກັບທາງ Beijing (ປັກກິ່ງ) ໃຫ້ຊັດເຈນກວ່ານີ້ວ່າ ການສົ່ງອອກຂະບວນຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກທີ່ບໍ່ຖືກຕ້ອງ ໄປປະເທດພະມ້າ ແລະ ລາວ ແມ່ນກໍາລັງເຮັດໃຫ້ເກີດວິກິດການດ້ານສຸຂະພາບ ແລະ ສິ່ງແວດລ້ອມຢູ່ຕອນລຸ່ມຂອງແມ່ນ້ຳ. ມາຮອດປະຈຸບັນ, ການເຈລະຈາທາງດ້ານການທູດຢູ່ Beijing (ປັກກິ່ງ) ຍັງບໍ່ທັນສໍາເລັດ, ແຕ່ຖ້າປະເທດຕ່າງໆ ເຊັ່ນ: ອັງກິດ, ອົດສະຕຣາລີ, ແລະ ແມ່ນແຕ່ສະຫະລັດອາເມລິກາ ຫາກຜັກດັນເພີ່ມເຕີມຕໍ່ກັບບັນຫາດັ່ງກ່າວ ແລະ ໃຊ້ມາດຕະການສ້າງແຮງຈູງໃຈ ຫຼື ກົດດັນທາງ Beijing ຕື່ມອີກ, ປະເທດຈີນອາດຈະເລືອກຕອບໂຕ້ຢ່າງມີຄວາມຮັບຜິດຊອບຫຼາຍຂຶ້ນໃນການຢັບຢັ້ງ ຫຼື ຢຸດຕິການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກບາງສ່ວນ ຫຼື ທັງໝົດ. ການທູດຢູ່ພາຍໃນພາກພື້ນກໍ່ສາມາດຊ່ວຍໄດ້ເຊັ່ນກັນ. ຖ້າປະເທດຫວຽດນາມ ຫຼື ກຳປູເຈຍ ພົບເຫັນການປົນເປື້ອນໃນແມ່ນໍ້າຂອງ ຢູ່ປະເທດຂອງຕົນເອງ ເຊິ່ງສາເຫດແມ່ນກິດຈະກໍາທີ່ເກີດມາຈາກຕອນເທິງຂອງແມ່ນ້ຳຢູ່ໃນປະເ່ທດລາວ, ບັນດາປະເທດດັ່ງກ່າວສາມາດຍົກລະດັບການສື່ສານບັນຫານັ້ນໄປຂັ້ນພາກພື້ນ ແລະ ບັງຄັບໃຫ້, ໂດຍສະເພາະແມ່ນປະເທດລາວ, ມີການຢັບຢັ້ງການດຳເນີນງານຂຸດຄົ້ນ-ປຸງແຕ່ງແຮ່ບໍ່ໃຫ້ມີຫຼາຍຂຶ້ນ. ລັດຖະບານຂອງປະເທດລາວໃຫ້ຄໍາໝັ້ນສັນຍາເປັນລາຍລັກອັກສອນວ່າຈະປາບປາມການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງ, ແຕ່ການສໍ້ລາດບັງຫຼວງ ແລະ ຂີດຄວາມສາມາດທີ່ຈໍາກັດໃນການຕິດຕາມກວດກາ ແລະ ການອອກໃບອະນຸຍາດໄດ້ເປັນອຸປະສັກໃນການແກ້ໄຂບັນຫາດັ່ງກ່າວ.

ຄະນະກຳມະການແມ່ນ້ຳຂອງ (Mekong River Commission) ໄດ້ຈັດກອງປະຊຸມປຶກສາຫາລືກັບຊຸມຊົນ, ເຈົ້າໜ້າທີ່ລັດຖະບານ ແລະ ກຸ່ມເຮັດວຽກເພື່ອສັງຄົມ ຢູ່ທີ່ ຈັງຫວັດ ຊຽງຣາຍ, ປະເທດໄທ ໃນວັນທີ 20 ສິງຫາ 2025. ຮູບພາບໂດຍ: ໜ້າເຟສບຸກຂອງຄະນະກໍາມະການແມ່ນ້ຳຂອງ.

ນີ້ແມ່ນບັນຫາຂອງພາກພື້ນທີ່ສົ່ງຜົນກະທົບຕໍ່ປະເທດຕ່າງໆ ນອກເໜືອຈາກປະເທດພະມ້າ ແລະ ລາວ. ບັນດາປະເທດຕາມສາຍແມ່ນ້ຳຂອງສາມາດຮ່ວມມືກັນຜ່ານຄະນະກຳມະການແມ່ນ້ຳຂອງ ຫຼື ອົງການອື່ນໆ ເພື່ອນຳເອົາປະເທດຈີນ, ເຊິ່ງເປັນປະເທດທີ່ໃຫຍ່ທີ່ສຸດໃນອຸດສາຫະກຳດັ່ງກ່າວນີ້, ເຂົ້າສູ່ໂຕະເຈລະຈາ. ແຕ່ອຸດສາຫະກໍານີ້ກໍ່ຍັງເປັນຄວາມຕ້ອງການ ຢູ່ໃນທົ່ວໂລກທີ່ເກີດຢູ່ນອກແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສຽງໃຕ້. ຄວາມຕ້ອງການທີ່ບໍ່ມີວັນສິ້ນສຸດຕໍ່ກັບແຮ່ຫາຍາກ ແລະ ຜະລິດຕະພັນທີ່ສ້າງຂຶ້ນດ້ວຍແຮ່ຫາຍາກນັ້ນໄດ້ສົ່ງຜົນກະທົບໂດຍກົງຕໍ່ຊຸມຊົນທີ່ຢູ່ໃກ້ກັບບໍ່ແຮ່ ແລະ ຜູ້ທີ່ຢູ່ຕອນລຸ່ມຂອງບໍ່ແຮ່. ລັດຖະບານຈີນຄວນຮັບຮູ້ກ່ຽວກັບບົດບາດຂອງອຸດສາຫະກຳນີ້ ແລະ ຜູ້ປະກອບການຂອງຕົນ ແລະ ຜົນກະທົບຂອງການຂຸດຄົ້ນ-ປຸງແຕ່ງແຮ່ດັ່ງກ່າວ. Beijing (ປັກກິ່ງ) ມີຄວາມສາມາດແຕ່ຂາດແຮງຈູງໃຈໃນການຄົ້ນຫາແຮ່ຫາຍາກຈາກຕ່າງປະເທດແບບທີ່ມີຄວາມຮັບຜິດຊອບ, ແລະ/ຫຼື ສ້າງກົນໄກການຕິດຕາມທີ່ຮັບປະກັນວ່າແຮ່ຫາຍາກທີ່ນຳເຂົ້າຈາກນອກປະເທດຈີນແມ່ນມີມາດຕະຖານສູງ, ໂດຍສະເພາະແມ່ນມາດຕະຖານທີ່ຕິດພັນກັບສຸຂະພາບ, ສິ່ງແວດລ້ອມ, ແລະ ຜົນໄດ້ຮັບທາງດ້ານແຮງງານຢູ່ອ້ອມຂ້າງແຫລ່ງແຮ່.

ການສົ່ງອອກ ຂະບວນການປຸງແຕ່ງ/ສະກັດແຮ່ຫາຍາກຂອງປະເທດຈີນ ຢູ່ນອກຊາຍແດນປະເທດ, ໄດ້ເຮັດໃຫ້ລາຄາແຮ່ຫາຍາກບາງຊະນິດມີລາຄາຕໍ່າເກືອບເທົ່າລາຄາຕະຫຼາດມືດ. ອຸດສາຫະກຳເຕັກໂນໂລຢີທີ່ນໍາໃຊ້ແຮ່ຫາຍາກ ແລະ ແຮ່ທາດສຳຄັນເຫຼົ່ານີ້ມີຄວາມອ່ອນໄຫວຕໍ່ການເພີ່ມຂຶ້ນຂອງລາຄາ ຈົນເຮັດໃຫ້ຈີນຕ້ອງເພິ່ງພາອາໄສຂໍ້ໄດ້ປຽບຂອງຕົນເອງ, ແລະ ສິ່ງນີ້ສົ່ງຜົນເສຍຢ່າງໃຫຍ່ຫຼວງຕໍ່ນະວັດຕະກຳການປຸງແຕ່ງແຮ່ຫາຍາກແບບໃໝ່ໆ, ເຊິ່ງໃນທີ່ສຸດສາມາດຫລຸດຜ່ອນມົນລະພິດ ແລະ ເພີ່ມປະສິດທິພາບ. ແນ່ນອນວ່າມັນຍັງກໍ່ໃຫ້ເກີດອັນຕະລາຍຢ່າງໃຫຍ່ຫຼວງຕໍ່ແມ່ນ້ຳ ແລະ ຊຸມຊົນ.

ບາດກ້າວຕໍ່ໄປມີອັນໃດແດ່ ?

ວຽກງານຂອງພວກເຮົາໄດ້ຮັບແຮງບັນດານໃຈຈາກຊຸມຊົນ, ອົງການ ເອັນຈີໂອ (NGO), ແລະ ທີມງານສືບສວນສື່ມວນຊົນ ຜູ້ທີ່ໄດ້ໃຊ້ພະລັງງານ ແລະ ຄວາມພະຍາຍາມໃນການເຜີຍແຜ່ຂໍ້ມູນຂອບເຂດ ແລະ ຜົນກະທົບຂອງມົນລະພິດຈາກການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງໃນປະເທດພະມ້າ ແລະ ປະເທດໄທໃນປີທີ່ຜ່ານມາ. ພວກເຮົາຫວັງວ່າຖານຂໍ້ມູນໃໝ່ນີ້ຈະກະຕຸ້ນການຄົ້ນຄວ້າໃຫ້ຂະຫຍາຍຕົວຢ່າງກວ້າງຂວາງຕໍ່ກັບຄຸນນະພາບນ້ຳ, ດິນ, ແລະ ຄຸນນະພາບຂອງຕະກອນຢູ່ໃນແມ່ນ້ຳສາຂາຕ່າງໆໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ ແລະ ຊ່ວຍມອບຊັບພະຍາກອນໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຕ້ອງການ ແລະ ຊ່ວຍຟື້ນຟູລະບົບນິເວດທີ່ໄດ້ຮັບຄວາມເສຍຫາຍຈາກການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖຶກຕ້ອງ. ສິ່ງສໍາຄັນ, ພວກເຮົາຫວັງວ່າຂໍ້ມູນນີ້ຈະກໍ່ໃຫ້ເກີດການສົນທະນາກ່ຽວກັບການຂຸດຄົ້ນ-ປຸງແຕ່ງແຮ່ແບບທາງເລືອກ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະ ພິຈາລະນາການນໍາໃຊ້ແຮ່ຫາຍາກ ແລະ ຄຳ ບໍ່ພຽງແຕ່ຢູ່ໃນອາຊີຕາເວັນອອກສຽງໃຕ້ເທົ່ານັ້ນ ແຕ່ຍັງລວມເອົາພາກພື້ນອື່ນທົ່ວໂລກ.

ທ່ານ Regan Kwan ພະນັກງານຂອງສູນ Stimson ນໍາສະເໜີທີ່ຕັ້ງຂອງແຫລ່ງແຮ່ຫາຍາກໃຫ້ແກ່ຜູ້ກໍ່ຕັ້ງໂຮງຮຽນແມ່ນ້ຳຂອງ ທ່ານ Niwat Roykaew.

ວຽກງານທີ່ສູນ Stimson ຍັງຈະໄດ້ປະຕິບັດປະກອບມີການຕິດຕາມກວດກາກິດຈະກຳການຂຸດຄົ້ນ-ປຸງແຕ່ງແຮ່ຫາຍາກ ແລະ ຄຳໃນແຜ່ນດິນໃຫຍ່ອາຊີຕາເວັນອອກສຽງໃຕ້ ລວມທັງການຕິດຕາມກວດກາກິດຈະກຳການຂຸດຄົ້ນ-ປຸງແຕ່ງແຮ່ປະເພດອື່ນໆທີ່ເປັນອັນຕະລາຍຕໍ່ລະບົບນິເວດ ແລະ ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ຕາມແຄມແມ່ນ້ຳ. ມັນເປັນໄປໄດ້ທີ່ຈະພັດທະນາວິທີການທີ່ກໍານົດ ແລະ ປະເມີນແຫລ່ງຂຸດຄົ້ນ-ປຸງແຕ່ງແຮ່ ແລະ ຈໍານວນຄົນທີ່ໃຊ້ນໍ້າມີສານປົນເປື້ອນ ແລະ ນໍາໃຊ້ນໍ້າເປັນແຫຼ່ງອາຫານໂດຍສະເພາະເຂດທີ່ມີນ້ຳຖ້ວມຢູ່ຕອນລຸ່ມຂອງແມ່ນໍ້າ. ຂໍ້ມູນ Hyperspectral remote sensing (ການສຳຫຼວດໄລຍະໄກໄຮເປີສະເປກຕຣຳ) ສາມາດນຳໃຊ້ເພື່ອກຳນົດປະເພດຂອງກິດຈະກຳການຂຸດຄົ້ນແຮ່ທີ່ເກີດຂຶ້ນຢູ່ເທິງໜ້າດິນ ແລະ ອາດຈະສາມາດກໍານົດໄດ້ພື້ນທີ່ທີ່ຖືກບຸກເບີກ. ຈໍາເປັນຕ້ອງມີການຄົ້ນຄວ້າໃຫ້ຫຼາຍຂຶ້ນເພື່ອກຳນົດລະບົບຕ່ອງໂສ້ການສະໜອງການຂຸດຄົ້ນ-ປຸງແຕ່ງແຮ່ທີ່ບໍ່ຖືກຕ້ອງນີ້. ພວກເຮົາມີຈຸດປະສົງເຜີຍແຜ່ຂໍ້ມູນທີ່ພວກເຮົາເກັບກຳໄດ້ ຫຼື ສ້າງຂຶ້ນໃຫ້ແກ່ລັດຖະບານ, ນັກຄົ້ນຄວ້າ, ສື່ມວນຊົນ, ອົງການ NGO ແລະ ຊຸມຊົນ ຕາມຄວາມເໝາະສົມ, ມີການເປີດເຜີຍ ແລະ ມີຄວາມໂປ່ງໃສ ເຊິ່ງຊຸກຍູ້ໃຫ້ມີການແກ້ໄຂບັນຫານີ້ໃນທາງບວກ ແລະ ຫຼຸດຜ່ອນອັນຕະລາຍທີ່ຈະເກີດຂຶ້ນກັບປະຊາຊົນ ແລະ ລະບົບນິເວດ.

Оригинальный источник

Stimson Center

Поделиться статьей

Похожие статьи